ງານວາງສະແດງສິນຄ້າຜະລິດຕະພັນໄມ້ລາວ ຄັ້ງທຳອິດໃນປະຫວັດສາດ ເປີດຢ່າງເປັນທາງການແລ້ວ!

004844c2d9c9521ebe3b800f822349ea

 

ເປີດ​ເປັນ​ທາງ​ການ​ງານ​ວາງສະ​ແດງ​ສິນຄ້າ​ຜະລິດ​ຕະພັນ ​(ເຟີ​ນິ​ເຈີ​) ໄມ້​ລາວ​ຄັ້ງ​ທໍາ​ອິດປະ​ຈໍາປີ 2015 ​ຊຶ່ງ​ມີ​ບັນດາ​ຫົວ

ໜ່ວຍ​ທຸລະ​ກິດ​ເຟີ​ນິ​ເຈີ​ໄມ້​ໃນ​ນະຄອນຫຼວງ ​ແລະ ບັນດາ​ແຂວງ​ທົ່ວ​ປະ​ເທດ​ໄດ້​ນໍາ​ເອົາ​ສິນຄ້າ​ຂອງ​ຕົນ​ເຂົ້າ​ວາງສະ​ແດງ

100 ກວ່າ​ຫົວໜ່ວຍ, ມີ 249 ຫ້ອງ​ວາງສະ​ແດງ, ມູນ​ຄ່າ​ສິນຄ້າ​ເຂົ້າ​ຮ່ວມ​ວາງສະ​ແດງ​ທັງ​ໝົດ​ເກືອບ 25 ຕື້​ກີບ.

 

ທ່ານ ຄໍາ​ໄພ ສົມ​ຊະນະ ປະທານ​ສະມາຄົມ​ເຟີ​ນິ​ເຈີ​ລາວ​ລາຍ​ງານ​ວ່າ: ງານ​ວາງສະ​ແດງ​ຜະລິດ​ຕະພັນ​ເຟີ​ນິ​ເຈີ​ລາວ​ຄັ້ງ​ທີ

I ປີ 2015 ນີ້, ​ແມ່ນມີ​ຄວາມໝາຍ​​ຄວາມ​ສໍາຄັນ​ເປັນ​ຍ່າງ​ຍິ່ງ​ຕໍ່​ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ ທຸລະ​ກິດເຟີ​ນິ​ເຈີ, ​​ເປັນ​ການ​

ເຕົ້າ​ໂຮມ​ເພື່ອ​ແລກປ່ຽນ​ບົດຮຽນ​ຊຶ່ງກັນ​ ແລະ ​ກັນ, ​ທັງໂຄສະນາ, ຈໍາໜ່າຍ​ຕໍ່​ຊາວ​ລາວ ​ແລະ ຊາວ​ຕ່າງປະ​ເທດ​ໃຫ້​ຮັບ

​ຮູ້​ເຖິງ​ຄວາມ​ພ້ອມ​ຂອງ​ເຟີ​ນິ​ເຈີ​ລາວ​ໃນ​ການ​ ຈະແຂ່ງຂັນ​ກັບ​ພາກ​ພື້ນ ​ແລະ ສາກົນ ທີ່​ຈະເປັນ​ການກະຕຸກ​ຊຸກຍູ້​ໃຫ້​

ປະຊາຊົນ​ລາວ​ບັນດາ​ເຜົ່າ​ມີ​ການ​ຜະລິດ​ ສິນຄ້າ​ໃຫ້​ນັບ​ມື້​ນັບຫຼາຍ​ຂຶ້ນທັງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ, ​ເພື່ອດຶງ​ດູູດ​

ເອົາ​ການ​ລົງທຶນ​ຈາ​ກທັງ​ພາຍໃນ ​ແລະ ຕ່າງປະ​ເທດເຂົ້າ​ມາ​ລົງທຶນ​ໃນ​ຂົງ​ເຂດ​ການ​ຜະລິດ​ເຟີ​ນິ​ເຈີ​ສ້າງ​ມູນ​ຄ່າ​ ເພີ່ມ​ໃຫ້

​ແກ່​ຜະລິດ​ຕະພັນ​ໄມ້​ລາວ ​ປະກອບ​ສ່ວນ​ສ້າງ​ວຽກ​ເຮັດ​ງານ​ທໍາ​ໃຫ້​ກັບ​ພໍ່​ແມ່​ປະຊາຊົນ​ລາວນັບ​ມື້ຫຼາຍຂຶ້ນ.​

 

ສະ​ເພາະງານ​ຄັ້ງ​ນີ້  ທ່ານ ກອງ​ມາ ລາ ພົມມາ​ໄລ ຮອງ​ປະທານ​ສະມາຄົມ​ ເຟີ​ນິ​ເຈີ​ລາວ​ລະບຸ​ວ່າ: ມີ​ບັນດາ​ຫົວໜ່ວຍ​ທຸ

ລະ​ກິດ​ເຟີ​ນິ​ເຈີ​ໄມ້​ໃນ​ນະຄອນຫຼວງ ​ແລະ ບັນດາ​ແຂວງ​ທົ່ວ​ປະ​ເທດ​ນໍາ​ເອົາ​ເຄື່ອງ​ເຟີ​ນິ​ເຈີ​ຂອງ​ຕົນ​ເຂົ້າ​ວາງສະ​ແດງ 100

ກວ່າ​ຫົວໜ່ວຍ, ມີ 249 ຫ້ອງ​ວາງສະ​ແດງ, ມາ​ຈາກ​ບັນດາ​ແຂວງ​ຕ່າງໆ​ມີ 24 ຫ້ອງ​ວາງ​ຂາຍ, ຈາກ​ນະຄອນຫຼວງ​ວຽງ​

ຈັນ​ມີ 225 ຫ້ອງ​ວາງ​ຂາ​ຍ, ມີມູນ​ຄ່າ​ສິນຄ້າ​ເຂົ້າ​ຮ່ວມ​ວາງສະ​ແດງ​ທັງໝົດ​ປະມານ 24​,9 ຕື້​​ກີບ ​ແລະ ຄາດ​ວ່າ​ຈະ​ມີ​ຜູ້​ສົນ

​ໃຈ​ເຂົ້າ​ຊົມ ​ແລະ ​ເລືອກຊື້​ສິນຄ້າ​​ໃນ​ຕະຫຼອດ​ງານ​ນັບ​ແສນ​ຄົນ.​

 

ພິທີ​ເປີດ​​ເປັນ​ທາງ​ການ​ງານ​ວາງສະ​ແດງ​ຜະລິດ​ຕະພັນ (​ເຟີ​ນິ​ເຈີ)​ ໄມ້​ລາວ​ຄັ້ງ​ທີ I ປະ​ຈໍາປີ 2015 ​ໄດ້​ຈັດ​ຂຶ້ນ​ໃນ​ວັນທີ 5

ມັງກອນ ​ແລະ ຈະ​ດໍາ​ເນີນ​ໄປ​ຈົນ​ເຖິງ 11 ມັງກອນ​ຂອງ​ເດືອນ​ດຽວ​ກັນ ​ໂດຍໃຫ້ກຽດ​​ເຂົ້າ​ຮ່ວມຕັດ​ແຖບ​ຜ້າ ​ແລະ ລັ່ນ

ຄ້ອງ​ເປີ​ດງານໂດຍ​​ແມ່ນ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກ​ລັດຖະມົນຕີ, ຜູ້​ຊີ້​ນໍາ​ວຽກງານ​ເສດຖະກິດ​ການ

​ຜະລິດ ​ແລະ ຈໍລະ​ຈອນ, ​ພ້ອມ​ນີ້​ ກໍ​ມີທ່ານ​ເຈົ້າ​ຄອງ​ນະຄອນຫຼວງ ທ່ານລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກໍາ ​ແລະ

ການ​ຄ້າ, ບັນດາ​ທ່ານ​ລັດ​ຖະມົນຕີ​ຊ່ວຍ​ວ່າການ, ທູຕານຸທູດ, ຕາງໜ້າ​ຈາກ​ອົງການ​ຈັດ​ຕັ້ງ​ສາກົນ​ທັງ​ພາກ​ລັດ ​ແລະ

ພາກ​ທຸລະ​ກິດ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ