spot_img
Homeຂ່າວການພັດທະນາເຂື່ອນໄຊຍະບູລີ ສຳເລັດເກືອບເຄິ່ງ ແລະ ຈະອ່ວຍແລວນ້ຳ ກາງເດືອນມັງກອນນີ້!

ເຂື່ອນໄຊຍະບູລີ ສຳເລັດເກືອບເຄິ່ງ ແລະ ຈະອ່ວຍແລວນ້ຳ ກາງເດືອນມັງກອນນີ້!

Published on

20141231122217

 

ທ່ານ ເຣ​ວັດ ສຸວັນນະ​ກິດ​ຕິ ຮອງ​ຜູ້ອຳນວຍການ​ບໍລິສັດ ໄຊຍະ​ບູ​ລີ​ພາວ​ເວີ ຈຳກັດ ໄດ້​ໃຫ້​ຮູ້ໃນ​ໂອກາດ​ທີ່ ​ທ່ານ ວິລະ​ພົນ

ວິ​ຣະວົງ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ພະລັງງານ ແລະ ບໍ່​ແຮ່ ພ້ອມ​ຄະນະ​ໄດ້​ລົງ​ຢ້ຽມຢາມ ແລະ ຕິດຕາມ​ຄວາມ​

ຄືບ​ໜ້າຂອງ​ການ​ກໍ່ສ້າງ​ໂຄງການ​ໄຟຟ້າພະລັງ​ນ້ຳ​ໄຊ​ຍະ​ບູ​ລີ​ ໃນ​ວັນ​ທີ 29 ທັນວາ 2014 ຜ່ານ​ມາ​ນີ້.

 

ໂຄງການ​ໄຟຟ້າ​ພະລັງ​ນ້ຳ​ໄຊຍະ​ບູ​ລີ ມີ​ທີ່​ຕັ້ງ​ຢູ່​ເມືອງ ແລະ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ເລີ່ມ​ລົງມື​ກໍ່ສ້າງ​ມາ​ແຕ່​ປີ 2012 ເປັນຕົ້ນ​

ມາ ແລະ ມາ​ຮອດ​ປັດຈຸບັນ ​ໜ້າ​ວຽກລວມ​ມີ​ຄວາມ​ຄືບ​ໜ້າ​ສຳເລັດແລ້ວ​ປະມານ 40% ພາຍຫຼັງ​ສຳເລັດ​ການ​ກໍ່ສ້າງ​ຕົວ

​ເຂື່ອນ​ຝັ່ງເບື້ອງ​ຂວາ ແລະ ກາງ​ເດືອນ​ມັງກອນ 2015 ທີ່​ຈະ​ມາ​ເຖິງ​ນີ້ ທາງໂຄງການ​ຈະ​ໄດ້​ມີ​ການ​ອ່ວຍ​ແລວນ້ຳຂອງ​ມາ​

ເບື້ອງ​ຝັ່ງ​ຂວາ​ທີ່​ກໍ່ສ້າງ​ສຳເລັດ​ແລ້ວ ແລະ ຈະເລີ່ມ​ລົງມື​ກໍ່ສ້າງ​ຕົວ​ເຂື່ອນ​ຝັ່ງເບື້ອງ​ຊ້າຍ ເຊິ່ງ​ໂຄງການ​ດັ່ງກ່າວ​ມີ​ມູນ​ຄ່າ​

ຫຼາຍ​ກວ່າ 3 ຕື້​ໂດລາ​ສະຫະລັດ ແລະ ການ​ກໍ່ສ້າງຈະ​ໃຫ້​ສຳເລັດ​ພາຍ​ໃນ​ປີ 2019 ໂຄງການ​ມີ 8 ເຄື່ອງ​ຈັກ ມີ​ກຳລັງການ​ຜະ

ລິດ​ໄຟຟ້າ 1.280 ເມ​ກາວັດ ໃນ​ນັ້ນ ຮັບ​ໃຊ້​ພາຍ​ໃນ 60 ເມ​ກາ​ວັດ ທີ່​ເຫຼືອ​ນັ້ນ​ສົ່ງ​ຂາຍ​ໃຫ້ໄທ ໂຄງການ​ເກີດ​ຂຶ້ນ​ຈາກ​ການ

ຮ່ວມ​ຮຸ້ນ​ຫຼາຍ​ພາກສ່ວນ ທັງ​ພາຍໃນ ແລະ ຕ່າງປະເທດຄື: ລັດ​ຖະບານ​ລາວ​ຖື​ຮຸ້ນ 20% ນັກ​ທຸລະກິດ​ລາວ​ຖື​ຮຸ້ນ 5% ແລະ

ບໍລິສັດພາຍ​ໃນ​ປະເທດ​ໄທ​ຖື​ຮຸ້ນ 75% ການ​ກໍ່ສ້າງ​ແມ່ນ​ປະຕິບັດ​ຕະຫຼອດ 24 ຊົ່ວໂມງ ມີແຮງ​ງານເຮັດ​ວຽກ​ທັງ​ໝົດ

9.000 ຫາ 10.000 ຄົນ ໃນ​ນັ້ນ ມີແຮງ​ງານລາວ​ກວມ​ເອົາ 60% ອັນ​ໄດ້ສ້າງ​ວຽກ​ເຮັດ​ງານ​ທຳ ສ້າງ​ລາຍຮັບ​ໃຫ້​ແກ່​ແຮງ​

ງານ​ລາວ​ເປັນ​ຈຳນວນ​ຫຼວງຫຼາຍ​ພໍ​ສົມຄວນ.

 

ໂຄງການ​ໄຟຟ້າ​ພະລັງ​ນ້ຳ​ໄຊຍະ​ບູ​ລີ​ ເປັນ​ໂຄງການ​ໄຟຟ້າ​ພະລັງນ້ຳ​ແບບ​ນ້ຳ​ໄຫຼ​ຜ່ານ ​ທີ່​ບໍ່​ມີ​ການເກັບ​ກັກ​ນ້ຳ ດັ່ງນັ້ນ

ຄວາມ​ຈຳເປັນ​ໃນ​ການ​ອົບ​ພະ​ຍົບ​ປະຊາຊົນອອກ​ຈາກ​ພື້ນ​ທີ່​ໂຄງການ ​ຈຶ່ງ​ມີຈຳນວນ​ບໍ່​ຫຼາຍ ​ເມື່ອ​ທຽບ​ກັບເຂື່ອນ​ທີ່​ມີ​ອ່າງ

ເກັບນ້ຳ​ຂະໜາດໃຫຍ່ ໂດຍ​ມີ​ປະຊາຊົນ​ພຽງ​ແຕ່ 458 ຄອບຄົວ ຈາກ 19 ບ້ານ​ທີ່ຢູ່ແຄມ​ສອງ​ຝັ່ງ​ຂອງ ລະຫວ່າງແຂວງ​ໄຊ

​ຍະ​ບູ​ລີ ແລະ ແຂວງຫຼວງ​ພະ​ບາງ ໃນ​ຈຳນວນ​ນີ້ 15 ບ້ານ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະດັບ​ນ້ຳ​ທີ່​ສູງ​ຂຶ້ນ ແລະ ອີກ 4 ບ້ານ​ທີ່

ຢູ່​ບໍລິເວນ​ພື້ນ​ທີ່​ກໍ່ສ້າງ ເຊິ່ງຕ້ອງ​ຍ້າຍ​ບ້ານ​ເຮືອນ​ໄປ​ຍັງ​ພື້ນ​ທີ່ຈັດ​ສັນ​ໃຫ້​ໃໝ່​ໃນ​ບໍລິເວນ​ໃກ້​ ຄຽງ ປະຊາຊົນ​ບັນດາ​ຄອບ

ຄົວ​ດັ່ງກ່າວ ​ແມ່ນ​ໄດ້​ຮັບ​ການ​ຊ່ວຍເຫຼືອຈາກ​ໂຄງການ​ເປັນ​ຢ່າງ​ດີ ອັນ​ໄດ້ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່ ກໍ່​ຄື​ຄຸ​ນະພາບ​ຊີວິດ​ດີ

​ຂຶ້ນ ຜູ້​ໄດ້​ຮັບ​ຜົນ​ກະທົບ​ໄດ້​ຮັບ​ການ​ຊົດ​ເຊີຍ ແລະ ຊ່ວຍເຫຼືອ​ດ້ານ​ຕ່າງໆ.

 

ຜົນ​ປະໂຫຍດ​ທີ່​ຈະ​ໄດ້​ຮັບແມ່ນ​ເປັນ​ຈຳນວນ​ຫຼວງຫຼາຍ ພາຍຫຼັງ​ທີ່​ໂຄງການ​ສ້າງ​ສຳເລັດຄື: ປະຊາຊົນ​ລາວ ແລະ ປະຊາຊົນ

​ໃນ​ພາກ​ພື້ນ​ເຂດ​ແມ່ນ້ຳ​ຂອງຕອນ​ລຸ່ມ ​ຈະ​ໄດ້​ຮັບ​ການ​ພັດທະນາ​ລຸ່ມ​ແມ່ນ້ຳ​ຂອງ ເປັນຕົ້ນ​ການ​ໃຊ້ນ້ຳ​ໃຫ້​ເກີດ​ປະໂຫຍດ​

ສູງ​ສຸດ ການຜະລິດ​ໄຟຟ້າ​ທີ່​ໝັ້ນຄົງ ຄຸນະພາບດີ ແລະ ລາຄາ​ຖືກ ກາຍເປັນຮາກ​ຖານ​ຂອງ​ການ​ພັດທະນາເສດຖະກິດ​

ແບບ​ມະຫາ​ພາກ ການ​ພັດທະນາ​ສັງຄົມ​ໃຫ້​ປະຊາຊົນ​ມີ​ຄວາມ​ເປັນ​ຢູ່​ດີ​ຂຶ້ນ ການສ້າງ​ຄວາມ​ຮ່ວມ​ມື​ລະຫວ່າງ​ປະເທດ​ໃນ

​ພາກ​ພື້ນ ການ​ຊ່ວຍ​ລົດສະພາວະ​ໂລກ​ຮ້ອນ ​ເພາະ​ບໍ່​ມີການ​ປ່ອຍ​ກ໊າສ​ກາ​ໂບ​ນິກ​ສູ່​ຊັ້ນບັນຍາກາດ​ຂອງ​ໂລກ ນອກ​ນີ້ ລັດ

ຖະບານ​ລາວ ​ຍັງ​ຈະ​ໄດ້​ຮັບ​ຜົນປະໂຫຍດ​ຈາກ​ໂຄງການ​ຕະຫຼອດໄລຍະ​ສຳ​ປະທານ 29 ປີຄື: ໄດ້ຈາກ​ອາກອນ​ກຳໄລຄ່າ​ພາກ

ຫຼວງ ແລະ ໄດ້​ຈາກ​ເງິນ​ປັນ​ຜົນທີ່​ລັດຖະບານ​ຖື​ຮຸ້ນ 20% ໂດຍລວມ​ແລ້ວ​ ໂຄງການ​ດັ່ງກ່າວ​ໄດ້ສ້າງ​ຜົນ​ປະໂຫຍດ​ທາງ​ກົງ

ແລະ ທາງ​ອ້ອມ​ໃຫ້​ແກ່ ​ສປປ ລາວ ເປັນ​ຈຳນວນ​ມະຫາສານ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...