Homeອຸບັດເຫດແລະປາກົດການຫຍໍ້ທໍ້3 ວັນອັນຕະລາຍ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ນ.ວ ເສຍຊີວິດ 6 ຄົນ ຈາກອຸບັດເຫດ!

3 ວັນອັນຕະລາຍ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ນ.ວ ເສຍຊີວິດ 6 ຄົນ ຈາກອຸບັດເຫດ!

Published on

856ee8c5151d2a25a70e496251b9df7b

 

ພຽງ​ໄລ­ຍະ 3 ວັນ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ຊຶ່ງ​ເປັນ​ໄລ­ຍະ​ທີ່​ປວງ​ຊົນ​ລາວ​ບັນ­ດາ­ເຜົ່າ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ ກຳລັງ​ເບີກ­ບານ​

ມວນ​ຊື່ນ​ກັບ​ການ​ສະ­ຫຼອງ​ປີ​ໃໝ່​ສາ­ກົນ ຊຶ່ງ​ນັບ​ແຕ່​ວັນ​ທີ 30 ທັນ­ວາ 2014 ຫາ​ວັນ​ທີ 1 ມັງ­ກອນ 2015 ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​

ທັງ​ໝົດ 28 ລາຍ ແລະ ມີ​ຜູ້​ເສຍ​ຊີ­ວິດ 6 ຄົນ.

 

ອີງ​ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ນະ­ຄອນ­ຫຼວງ​ວຽງ​ຈັນ ເປີດ­ເຜີຍ​ໃຫ້​ຮູ້​ວ່າ: ສະ­ພາບ​ເສດ­ຖະ­ກິດ​ຢູ່​ບ້ານ​ເຮົາ​

ແມ່ນ​ມີ​ການ​ຂະ­ຫຍາຍ­ຕົວ​ໄວ​ສົ່ງ​ຜົນ​ເຮັດ ​ໃຫ້​ພາ­ຫະ­ນະ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ­ເພາະ​ໄລ­ຍະ​ສ້າງ­ສັນ​ຊຸມ​ແຊວ​ສົ່ງ​ທ້າຍ​ປີ​

ເກົ່າ​ຕ້ອນ­ຮັບ​ປີ​ໃໝ່​ ສາ­ກົນ 2558 ນີ້ ສະ­ຖິ­ຕິ​ການ​ເກີດ​ອຸ­ບັດ­ເຫດ​ຍັງ​ມີ​ຫຼາຍ​ຢູ່.

 

ນັບ​ແຕ່​ວັນ​ທີ 30 ທັນ­ວາ 2014 ຫາ​ວັນ​ທີ 1 ມັງ­ກອນ 2015 ນີ້ ຕົວ​ເລກ​ການ​ເກີດ​ອຸ­ບັດ­ເຫດ​ຢູ່​ນະ­ຄອນ­ຫຼວງ ວຽງ​ຈັນ ທັງ​ໝົດ

28 ລາຍ, ພາ­ຫະ­ນະ​ເປ່​ເພ​ເລັກ​ນ້ອຍ 22 ຄັນ, ສົມ­ຄວນ 31 ຄັນ, ໃຊ້​ການ​ບໍ່​ໄດ້ 1 ຄັນ, ມີ​ຄົນ ໄດ້​ຮັບ​ບາດ­ເຈັບ​ເລັກ​ນ້ອຍ 15 ຄົນ,

ສົນ​ຄວນ 18 ຄົນ, ສາ­ຫັດ 9 ຄົນ ແລະ ເສຍ​ຊີ­ວິດ 6 ຄົນ.

 

ສຳ­ລັບ​ສາ​ເຫດ­ການ​ເກີດ​ອຸ­ບັດ­ເຫດ​ສ່ວນ​ໃຫຍ່​ກໍ​ຍັງ​ແມ່ນ​ເມົາ​ແລ້ວ​ຂັບ ແລະ ບໍ່​ຮັກ­ສາ​ກົດ​ລະ­ບຽບ​ຈະ­ລາ­ຈອນ​ພາ­ຫະ­ນະ​ທີ່​ເຂົ້າ

​ຮ່ວມ​ໃນ​ການ​ເກີດ​ ອຸ­ບັດ­ເຫດ ສ່ວນ​ໃຫຍ່​ແມ່ນ​ລົດ­ຈັກ ແລະ ເສັ້ນ­ທາງ ທີ່​ມັກ​ເກີດ​ຂຶ້ນ​ແມ່ນ​ທາງ 13 ເໜືອ, ໄກ­ສອນ​ສ່ວນ​

ເມືອງ​ທີ່​ເກີດ​ອຸ­ບັດ­ເຫດ​ຫຼາຍ​ກວ່າ​ໝູ່​ແມ່ນ ເມືອງ​ໄຊ​ທາ­ນີ, ເມືອງ​ສີ​ໂຄດຕະບອງ ແລະ ໄຊ​ເສດ​ຖາ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...