spot_img
Homeຂ່າວພາຍ​ໃນງານມະຫາກຳກີລາມະຫາວິທະຍາໄລລາວ ຄັ້ງທີ1 ໄດ້ປິດລົງຢ່າງເປັນທາງການ

ງານມະຫາກຳກີລາມະຫາວິທະຍາໄລລາວ ຄັ້ງທີ1 ໄດ້ປິດລົງຢ່າງເປັນທາງການ

Published on

ງານມະຫາກຳກີລາມະຫາວິທະຍາໄລລາວ ຄັ້ງທີ1 ໄດ້ປິດລົງຢ່າງເປັນທາງການ
ງານມະຫາກຳກີລາວິທະຍາໄລລາວ ຄັ້ງທີ1 ໄດ້ປິດລົງຢ່າງເປັນທາງການໃນ ວັນທີ15 ມີນາ 2016 ທີ່ເດີນກິລາມະຫາວິທະຍາໄລແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມທ່ານນາງ ແສງເດືອນ ຫລ້າຈັນທະບຸນ ລັດຖະມົນຕີກະຊວງສຶກສາ ແລະ ກີລາ, ເຈົ້າແຂວງຈຳປາສັກ ພ້ອມດ້ວຍແຂກທີ່ເຊີນ, ນັກກີລາ, ຄູອາຈານ ແລະ ມວນຊົນເຂົ້າຮ່ວມ.

ທ່ານ ສຸກກົງແສງ ໄຊຍະເລີດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ ໃນນາມປະທານຄະນະຮັບຜິດຊອບຈັດງານໄດ້ຂຶ້ນກ່າວຜົນການແຂ່ງຂັນກີລາວ່າ: ງານມະຫະກຳກີລາລາວ ຄັ້ງນີ້ ມີນັກກີລາຈາກ9ພາກສ່ວນເຂົ້າຮ່ວມຄື: ຈາກ 5 ມະຫາວິທະຍາໄລ, 2 ວິທະຍາຄານ ແລະ ອີກສອງພາກສ່ວນຈາກວິທະຍາໄລພ່ກລັດ ແລະ ສະມາຄົມການສຶກສາເຶກະຊົນຈຳນວນຄູເຝິກ ແລະ ນັກກີລາເຂົ້າຮ່ວມທັງຫມົດ 1455 ຄົນ ລວມມີ 91 ລາຍການ ຊີງເອົາ91ຫລຽນຄຳ 91 ຫລຽນເງິນ ແລະ 91 ຫລຽນທອງ.

09

ໂດຍການສະຫຼຸບຫຼຽນກໍ່ເປັນໄປຕາມຄາດ ມະຫາວິທະຍາໄລແຫ່ງຊາດເຈົ້າພາບສາມາດເປັນເຈົ້າຄອງຫຼຽນທີ່ຫຼາຍທີ່ສຸດເປັນອັນດັບໜຶ່ງໄດ້ໂດຍມີ 35 ຫຼຽນຄຳ, 26 ຫຼຽນເງິນ, 46ຫຼຽນທອງແດງ ລວມທັງໝົດ 107 ຫຼຽນ

ສ່ວນສະຖາບັນອື່ນໆແມ່ນສາມາດເບິ່ງໄດ້ທີ່ຕາຕະລາງສະຫລຸບຫຼຽນລຸ່ມນີ້.

 

ຂ່າວໂດຍ: ລາວໂພສຕ໌

ຂອບໃຈຮູບພາບ ແລະ ຂໍ້ມູນຂ່າວຈາກເຟສບຸກ: ວາລະສານມະຫາຊົນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...