spot_img
Home​ຂ່າວທ່ອງທ່ຽວຄົ້ນພົບຖໍ້າແຫ່ງໃໝ່ ຢູ່ທີ່ບ້ານກອງລໍ ເມືອງຄູນຄໍາ ແຂວງຄໍາມ່ວນ

ຄົ້ນພົບຖໍ້າແຫ່ງໃໝ່ ຢູ່ທີ່ບ້ານກອງລໍ ເມືອງຄູນຄໍາ ແຂວງຄໍາມ່ວນ

Published on

ໃນວັນທີ 11 ມິຖຸນາ 2021 ທີ່ຜ່ານມາ ໄດ້ຄົ້ນພົບຖໍ້າແຫ່ງໃໝ່ ຢູ່ທີ່ແຂວງຄໍາມ່ວນ ໂດຍທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນ ພ້ອມດ້ວຍຄະນະ ແລະ ອຳນາດການປົກຄອງບ້ານກອງລໍ ໄດ້ເຂົ້າຕິດຕາມເບິ່ງຖໍ້າດັ່ງກ່າວທີ່ຫາກໍຖືກຄົ້ນພົບໃໝ່ ແລະ ຖືໄດ້ວ່າເປັນຖໍ້າທີ່ມີຄວາມງົດງາມເທົ່າກັບຖໍ້າອື່ນໆທີ່ຢູ່ໃນແຂວງຄໍາມ່ວນ.

ເຊິ່ງຖໍ້າດັ່ງກ່າວແມ່ນຕັ້ງຢູ່ທາງດ້ານໃນຂອງຖ້ຳກອງລໍນາຕານ ເມືອງຄູນຄຳ ແຂວງຄຳມ່ວນ ໃຊ້ເວລາຂີ່ເຮືອເຂົ້າ ໄປປະມານ 10 ນາທີ ແລະ ຢູ່ພາຍໃນຂອງຖ້ຳແມ່ນປະກອບໄປດ້ວຍຫີນງອກ, ຫີນຍ້ອຍ ເປັນຮູບຊົງທີ່ມີຄວາມແຕກຕ່າງກັນໄປ ເມື່ອເຮົາເຍືອງໄຟສ່ອງໃສ່ຈະມີເຮັດໃຫ້ຫິນດັ່ງກ່າວເງົາງາມ ແລະ ພາຍໃນຖ້ຳຍັງມີໂຄງກະດູກສັດທີ່ຄ້າຍຄືກັບໂຄງກະດູກງູຍັງຫຼົງເຫຼືອໃຫ້ເຫັນ.

ແຕ່ເຖິງຢ່າງໃດກໍ່ຕາມຖ້ຳດັ່ງກ່າວແມ່ນຖ້ຳທີ່ຫາກໍຄົ້ນພົບໃໝ່ ແລະ ຍັງຢູ່ໃນຂັ້ນຕອນການສຶກສາສຳຫຼວດ ເພື່ອທີ່ຈະພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ ຄູ່ກັບຖ້ຳກອງລໍນາຕານ ແລະ ປັດຈຸບັນນີ້ຍັງບໍ່ອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າທ່ຽວຊົມໄດ້.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...