spot_img
Homeຂ່າວຕ່າງປະເທດຄືບຫນ້າໄຟໄຫມ້ເຮືອບັນທຸກນໍ້າມັນອີຣານໄຟໄຫມ້ 8 ມື້

ຄືບຫນ້າໄຟໄຫມ້ເຮືອບັນທຸກນໍ້າມັນອີຣານໄຟໄຫມ້ 8 ມື້

Published on

ຈາກເຫດການໄຟໄຫມ້ເຮືອຂົນສົ່ງນໍ້າມັນເບົາຂອງອີຣານ ໃນທະເລຈີນຕາເວັນອອກ ສື່ທາງການຈີນ ແລະ ຍີ່ປຸ່ນແຈ້ງວ່າ ພົບຄາບນໍ້າມັນເປັນໄລຍະທາງຍາວ 16 ກິໂລແມັດ ຫລັງຈາກເຮືອບັນທຸກນໍ້າມັນອີຣານຈົມລົງໃນທະເລຈີນຕາເວັນອອກ ແລະ ຍັງມີຄວັນດຳລອຍມາປົກຄຸມຈາກຈຸດທີ່ເຮືອຈົມ.

ສະຖານີໂທລະທັດ ຊີຊີ ທີວີ ຂອງປະເທດຈີນ ລາຍງານວ່າ ພົບເຫັນຄາບນໍ້າມັນທາງຕາເວັນອອກຂອງຈຸດທີ່ເຮືອຈົມລົງພື້ນມະຫາສະຫມຸດ ເປັນຄາບຍາວກວ່າ 16 ກິໂລແມັດ ແລະ ມີຂະຫນາດໃຫຍ່ຂຶື້ນຫລາຍເທົ່າ ເປັນກະແສວິຕກເລື່ອງຄວາມເສຍຫາຍຕໍ່ລະບົບນິເວດໃນນ່ານນໍ້າທີ່ເຕັມໄປດ້ວຍສັດທະເລ, ເຈົ້າຫນ້າທີ່ໄດ້ເລີ່ມປະຕິບັດບໍາບັດແລ້ວ ພ້ອມດຽວກັນກັບເຈົ້າຫນ້າທີ່ກູ້ໄພກໍພະຍາຍາມລະດົມຊອກຫາຊາກສົບ ແລະ ຜູ້ອາດລອດຊີວິດ.

ທາງດ້ານຫນ່ວຍຍາມຂອງປະເທດຍີ່ປຸ່ນແຈ້ງວ່າມື້ນີ້ ຍັງມີຄວັນດຳລອຍຂື້ນຈາກຈຸດທີ່ເຮືອຈົມ ທາງຫນ່ວຍງານໄດ້ສົ່ງເຮືອຍາມ ຈຳນວນ 2 ລຳ ແລະ ເຮືອບິນ 1 ລຳ ສົມທົບອອກຄົ້ນຫາລູກເຮືອ 29 ຄົນ ທີ່ສູນຫາຍ ແລະ ປະເມີນຕໍ່ສະຖານະການລ່າສຸດ.

ເຮືອບັນທຸກນໍ້າມັນອີຣານ ຂົນນໍ້າມັນເບົາ 136,000,000 ກິໂລ ປະທະຕຳກັນກັບເຮືອບັນທຸກສິນຄ້າຂອງຈີນໃນວັນທີ 6 ມັງກອນ ແລ້ວໄຟໄຫມ້ ກະແສລົມແຮງພັດເຮືອລອຍອອກຫ່າງຈາກຝັ່ງຕາເວັນອອກຂອງຈີນ ເຂົ້າໄປຍັງເຂດເສດຖະກິດພິເສດຂອງປະເທດຍີ່ປຸ່ນ ແຮງລະເບີດຫລາຍເທື່ອເກີດຂື້ນ ເຮັດໃຫ້ຕົວເຮືອແຕກອອກ ນໍ້າມັນຈຳນວນຫລາຍທີ່ລອຍຢູ່ອ້ອມຮອບຕົວເຮືອຕິດໄຟລຸກຮື້ຂື້ນ ເຮັດໃຫ້ນໍ້າມັນຮົ່ວໄຫລ ເປັນຄັ້ງໃຫຍ່ສຸດນັບແຕ່ເຮືອນໍ້າມັນຂອງເກົາຫລີໃຕ້ຕຳຝັ່ງອັງໂກລາ ໃນປີ 1991.

ເຮືອບັນທຸກນໍ້າມັນອີຣານ ມີລູກເຮືອທັງຫມົດ 31 ຄົນ ປະຈຸບັນແມ່ນສາມາດຄົ້ນພົບເຫັນອີກ 1 ສົບ ລວມທັງຫມົດ 3 ສົບຈາກທີ່ພົບເຫັນກ່ອນຫນ້ານີ້ ສ່ວນທີ່ເຫລືອອີກ 28 ຄົນແມ່ນຍັງບໍ່ຮູ້ສະຕາກຳ.

ແຫລ່ງຂ່າວຕ່າງປະເທດ TNA

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...