ຄິວ​ສາຍ​ໃຕ້​ກຽມ​ລົດ 80 ກວ່າ​ຄັນ ຮອງ​ຮັບ​ຜູ້­ໂດຍ­ສານ​ກັບ​ພູມ­ລຳ­ເນົາໄລ­ຍະ​ປີ​ໃໝ່ ສ່ວນ​ລາ­ຄາ​ເທົ່າ​ເດີມ

0
2260

ອາ­ທິດ​ໜ້າ​ນັບ​ວ່າ​ເປັນ​ໄລ­ຍະ​ທີ່​ຄົນ​ລາວ​ທົ່ວ​ປະ­ເທດ​ຈະ​ໄດ້​ພ້ອມ​ກັນ​ຈັດ​ກິດ­ຈະ­ກຳ​ສະ­ເຫຼີມ­ສະ­ຫຼອງ​ບຸນ­ປີ­ໃໝ່​ລາວ​ປະ­ຈຳ​ປີ ພສ 2559 ຢ່າງ​ຄຶກ­ຄື້ນ​ມ່ວນ­ຊື່ນ ແນວ­ໃດ​ກໍ​ດີ ເພື່ອ​ເປັນ​ການ​ຮອງ​ຮັບ​ຜູ້ຄົນ​ທີ່​ຈະ​ເດີນ­ທາງ​ກັບ​ຄືນ​ບ້ານ​ເກີດ​ໃຫ້​ພຽງ­ພໍ ທັງ​ຫຼີກ​ບັນ­ຫາ​ຜູ້­ໂດຍ­ສານ​ຕົກ​ຄ້າງ ຂະ­ນະ​ນີ້​ສະ­ຖາ­ນີ​ຂົນ­ສົ່ງ​ໂດຍ­ສານ​ສາຍ​ໃຕ້​ໄດ້​ກະ­ກຽມ​ລົດ­ເມ 80 ກວ່າ​ຄັນ​ຕໍ່​ວັນ​ໄວ້​ຄອຍ​ບໍ­ລິ­ການ ສ່ວນ​ທາງ​ດ້ານ​ລາ­ຄາ​ຍັງຄົງ​ບໍ່​ມີ​ການ​ປ່ຽນ­ແປງ​ແຕ່​ຢ່າງ­ໃດ ທັງ​ນີ້ ​ຄາດ​ວ່າ​ຜູ້​ຄົນ​ຈະ​ເລີ່ມ​ທະ­ຍອຍ​ກັບ​ຫຼາຍ​ນັບ​ແຕ່​ທ້າຍ​ອາ­ທິດ​ນີ້​ເປັນ­ຕົ້ນ​ໄປ.

ເມື່ອ​ວັນ​ທີ 4 ເມ­ສາ 2016 ນີ້ ທ່ານ  ວັນ​ເພັນ ສີ​ສຸກ ຮອງ​ອຳ­ນວຍ​ການ​ສະ​ຖານີ​ຂົນ­ສົ່ງ​ໂດຍ­ສານ​ສາຍ​ໃຕ້-ສາຍ​ຕ່າງ​ປະເທດ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໃຫ້ສຳ­ພາດ​ຕໍ່​ສື່​ມວນ​ຊົນ​ຮູ້​ວ່າ: ປີ​ນີ້​ຄາດ​ວ່າ ​ອາດ​ຈະ​ມີ​ຜູ້​ຄົນ​ທີ່­ຢູ່​ນະ­ຄອນ­ຫຼວງ​ວຽງຈັນ ​ເດີນ­ທາງ​ກັບ​ຄືນ​ພູມ­ລຳ­ເນົາ​ເພື່ອ​ຮ່ວມ ສະ­ເຫຼີມ­ສະ­ຫຼອງ​ບຸນ­ປີ­ໃໝ່​ລາວ​ກັບ​ຄອບ­ຄົວ ແລະ​ຍາດ­ຕິ​ພີ່­ນ້ອງ​ຢູ່​ທ້ອງ​ຖີ່ນ​ເພີ່ມຫຼາຍ​ຂຶ້ນ​ເນື່ອງ​ຈາກ​ມີ​ເວ­ລາ​ພັກ​ສະ­ຫຼອງຫຼາຍ​ວັນ ໂດຍ​ຕົວ​ເລກ​ປີ​ແລ້ວ​ມີ 4 ພັນກວ່າ​ຄົນ​ຕໍ່​ວັນ​ທີ່​ເຂົ້າ​ມາ​ໃຊ້​ບໍ­ລິ­ການ.

ຈາກ​ສະ­ພາບ​ການ​ຄາດ​ເດົາ​ຄື​ດັ່ງ ກ່າວ ເພື່ອ​ເປັນ​ການ​ຮອງ​ຮັບ​ຢ່າງ​ພຽງ­ພໍ ນັບ​ແຕ່ 2 ເດືອນ​ມາ​ນີ້ ສະ­ຖາ­ນີ​ຂົນ­ສົ່ງ ໂດຍ­ສານ​ສາຍ​ໃຕ້-ສາຍ​ຕ່າງ­ປະ­ເທດ ຈຶ່ງໄດ້​ມີ​ການ​ປະ­ສານ​ສົມ­ທົບ​ກັບ 10 ກວ່າ ບໍ­ລິ­ສັດ​ທີ່​ໃຫ້​ບໍ­ລິ­ການ​ໃນ​ຄິວ ເພື່ອ​ກະ­ກຽມ ລົດ­ເມ​ໄວ້​ບໍ­ລິ­ການ​ໃນ​ຊ່ວງ​ນີ້ ທັງ​ນີ້​ແມ່ນ ໄດ້​ມີ​ການ​ເພີ່ມ​ລົດ​ຂຶ້ນ​ອີກ 30 ກວ່າ​ຄັນ ຈາກ​ປົກ­ກະ­ຕິ​ທີ່​ໃຊ້​ລົດ​ບໍ­ລິ­ການ 56 ຄັນ ລວມ​ເປັນ 80 ກວ່າ​ຄັນ ໂດຍ​ປະ­ຈຸ​ບັນ 30 ນາ­ທີ​ໃດ​ແມ່ນ​ລົດ​ອອກ 1 ຖ້ຽວ ແຕ່​ປີ​ໃໝ່​ອາດ​ບໍ່​ຖ້າ​ເວ­ລາ​ຂໍ​ພຽງ​ແຕ່​ຜູ້​ໂດຍ ສານ​ເຕັມ​ລົດ​ກໍ​ຈະ​ອອກ​ເດີນ­ທາງ​ເລີຍ ທັງ​ນີ້​ຄາດ​ວ່າ​ປະ­ມານ​ວັນ​ທີ 8-9 ເມ­ສາ ຜູ້­ໂດຍ­ສານ​ກໍ​ຈະ​ເລີ່ມ​ຫຼາຍ​ແລ້ວ.

ແນວ­ໃດ​ກໍ​ດີ ເພື່ອ​ເປັນ​ການ​ຫຼີກ​ບັນ­ຫາທີ່​ອາດ​ຈະ​ເກີດ​ຂຶ້ນ​ທ່ານ​ຮອງ​ອຳ­ນວຍການ​ສະ­ຖາ­ນີ​ຮຽກ­ຮ້ອງ​ມາ​ຍັງ​ພໍ່​ແມ່​ປະຊາ​ຊົນ​ທີ່​ຈະ​ມາ​ໃຊ້​ບໍ­ລິ­ການ​ຄວນ​ສອບ​ຖາມພະ­ນັກ­ງານ​ກ່ອນ​ຊື້​ປີ້ ຫຼື ຂຶ້ນ​ລົດ​ຢ່າງ​ຄັກແນ່ ສ່ວນ​ເຈົ້າ​ຂອງ​ລົດ​ກໍ​ຄົງ​ເພີ່ມ​ຄວາມເອົາ­ໃຈ­ໃສ່​ກວດ­ກາ​ບັນ­ດາ​ເອ­ກະ­ສານ ແລະ​ເຕັກ­ນິກ​ລົດ​ຢ່າງ​ລະ­ອຽດ ຖ້າ​ລົດ​ຄັນໃດ​ບໍ່​ໄດ້​ມາດ­ຕະ­ຖານ​ທາງ​ເຈົ້າ​ໜ້າ­ທີ່​ປະ­ຈຳ​ສະ­ຖາ­ນີ​ກໍ​ຈະ​ບໍ່​ອະ­ນຸ­ຍາດ​ໃຫ້​ລົດ​ຄັນນັ້ນ​ອອກ​ຢ່າງ​ເດັດ­ຂາດ ໂດຍ​ລົດ​ຄັນ​ໜຶ່ງ​ມີ​ໂຊ​ເຟີ​ຂັບ​ບໍ່​ຕໍ່າ​ກວ່າ 2 ຄົນ.

ສຳ­ລັບ​ລາ­ຄາ​ລົດ​ໂດຍ­ສານ​ແຕ່ນວ-ນໍ້າ​ທອນ ລົດ​ທຳ​ມະ​ດາ 40 ພັນ​ກີບ, ນວ-ທ່າ​ແຂກ 60 ພັນ, ລົດ​ດ່ວນ​ປະ­ເພດ 1 ລາ­ຄາ 80 ພັນ​ກີບ, ນວ-ສະ­ຫວັນ​ນະ​ເຂດ 75 ພັນ​ກີບ, ລົດ­ເມ​ດ່ວນ​ປະ­ເພດ 1 ລາ­ຄາ 1,20 ແສນ​ກີບ, ນວ-ສາ­ລະ​ວັນ 1,30 ແສນ​ກີບ, ລົດ​ດ່ວນ​ພິ­ເສດ 2 ລາ­ຄາ 1,60 ແສນ​ກີບ, ລົດ​ດ່ວນ​ພິ­ເສດ 2 ແມ່ນ 1,90 ແສນ​ກີບ; ນວ ປາກ​ເຊ 1,10 ແສນ​ກີບ, ລົດ​ດ່ວນ​ປະ­ເພດ 2 ລາ­ຄາ 1,40 ແສນ​ກີບ, ລົດ​ດ່ວນ​ພິ­ເສດ​ລາ­ຄາ 1,70 ແສນ​ກີບ, ນວ-ເຊ​ກອງ 1,30 ແສນ​ກີບ, ລົດ​ດ່ວນ​ພິ­ເສດ 1 ແມ່ນ 2,10 ແສນ​ກີບ ແລະ​ສາຍ ນວ-ອັດ​ຕະ​ປື 1,40 ແສນ​ກີບ ສ່ວນ​ລົດ​ພິ­ເສດ​ປະ­ເພດ 1 ແມ່ນ ລາ­ຄາ 2,20 ແສນ​ກີບ.

ທີ່ມາ:logo