“ຄິມ ຈອງ ອຶນ” ສ່ອງຄວາມເຄື່ອນໄຫວຝັ່ງເກົາຫຼີໃຕ້ ສັ່ງທະຫານຮົບທຸກເວລາ

ລາຍງານຂ່າວຈາກເວັບໄຊຂອງ ເດິ ມິຣເທີ ເມື່ອວັນສຸກທີ 5 ພຶດສະພາ 2017 ລະບຸວ່າ ທ່ານ ຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອ ໄດ້ລົງພື້ນທີ່ຢ້ຽມຢາມໜ່ວຍທະຫານທີ່ປະຈຳການຢູ່ທີ່ເກາະຈັງແຈ ແລະ ເກາະມູ ທີ່ເປັນແນວເຂດຊາຍແດນໃກ້ກັບເກາະຍອນຂອງເກົາຫຼີໃຕ້ເມື່ອວັນພະຫັດທີ່ຜ່ານມາ ໂດຍ ຄິມ ຈອງ ອຶນ ຍັງຮຽກຮ້ອງໃຫ້ທະຫານເກົາຫຼີເໜືອກຽມພ້ອມສູ້ຮົບ

ເດິ ມິຣເທີລະບຸວ່າ ໜຶ່ງໃນແຫລ່ງທີ່ມາຂອງຂ່າວການເດີນທາງໄປຢ້ຽມຢາມໜ່ວຍທະຫານຂອງຜູ້ນຳເກົາຫຼີເໜືອໃນເທື່ອນີ້ມາຈາກໜັງສືພິມ ໂຮດອງຂອງເກົາຫຼີເໜືອທີ່ຍັງເຜີຍແຜ່ຮູບພາລະກິດການລົງພື້ນທີ່ດັ່ງກ່າວ ເຊິ່ງຈະມີຂຶ້ນໃນຂະນະທີ່ເກົາຫຼີໃຕ້ກຳລັງມີການເລືອກຕັ້ງປະທານາທິບໍດີໃນວັນທີ 9 ພຶດສະພາ ທີ່ໃກ້ຈະມາຮອດນີ້.