spot_img
Homeຂ່າວເຫດການສັງຄົມຍັງງົງກັບຄະດີດັງ ສາວນັກສຶກສາຂ້າແຟນ ສາເຫດການຂ້າແມ່ນຫຍັງ? (ມີຄລິບ)

ສັງຄົມຍັງງົງກັບຄະດີດັງ ສາວນັກສຶກສາຂ້າແຟນ ສາເຫດການຂ້າແມ່ນຫຍັງ? (ມີຄລິບ)

Published on

ຈາກກະແສຂ່າວດັງນັກສຶກສາສາວ ຊື່ນາງ ອ້ອມໃຈ ຮ່ວມກັບແຟນເກົ່າ ຊື່ທ້າວ ພັດສາຄອນ ຄາຕະກຳແຟນໃໝ່ ຊື່ທ້າວ ສຸລິຍັນ ຫຼື ໃຫຍ່ ແລ້ວອຳພາງຄະດີ ດ້ວຍການເອົາຜູ້ຕາຍໄປຝັງ ແລະຈູດລົດຊຸກລົງເຫວ ສັງຄົມໄດ້ໃຫ້ການຕິດຕາມຂ່າວຢ່າງໃກ້ຊິດ ເຖິງສາເຫດການລົງມືຄາຕະກຳດັ່ງກ່າວນັ້ນແມ່ນຫຍັງ ແລະແລ້ວຫຼ້າສຸດກໍໄດ້ມີຂ່າວການຖະແຫຼງຂ່າວຈາກເຈົ້າໜ້າທີ່ ແລະຄຳໃຫ້ການຂອງຈຳເລີຍໃນຄະດີດັ່ງກ່າວ ແຕ່ວ່າຂ່າວຍັງບໍ່ຈະແຈ້ງ ຄືບໍ່ໄດ້ເປີດເຜີຍເຖິງສາເຫດການລົງມືຂ້າດັ່ງກ່າວວ່າ.

ຂ່າວຈາກໂທລະພາບກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານເຖິງຂັ້ນຕອນການຂ້າ ແລະອຳພາງຄະດີຢ່າງລະອຽດ ໃນຂ່າວໄດ້ເວົ້າວ່າ ໄດ້ເກີີດການຜິດຖຽງກັນຂຶ້ນລະຫວ່າງແຟນເກົ່າແລະແຟນໃໝ່ ແລ້ວມີການຊົກຕີກັນ ແລະແຟນເກົ່າໄດ້ໃຊ້ດິນບັອກປູພື້ນຟາດໃສ່ເອິກແລະເອົາມີດແທງທ້າວ ສຸລິຍັນ ພ້ອມທັງນາງ ອ້ອມໃຈ ນັກສຶກສາສາວກໍໄດ້ເອົາດິນບັອກທຸບໃສ່ຫົວທ້າວ ສຸລິຍັນ (ແຟນໃໝ່) ຈົນເຮັດໃຫ້ທ້າວ ສຸລິຍັນ ເສຍຊີວິດ ກ່ອນຈະນຳເອົາສົບທ້າວສຸລິຍັນໄປຖິ້ມອຳພາງຄະດີຢູ່ເຂດເມືອງຫີນເຫີບ ແຂວງວຽງຈັນ ເຫດເກີດຂຶ້ນໃນວັນທີ 9 ເມສາ 2017.

ແນວໃດກໍຕາມ, ຜູ້ຕິດຕາມຂ່າວຍັງບໍ່ຮູ້ເຖິງສາເຫດທີ່ແທ້ຈິງຂອງການຄາຕະກຳ ຄື ຖ້າຄາຕະກຳຍ້ອນທ້າວພັດສາຄອນກັບທ້າວສຸລິຍັນຜິດກັນນັ້ນ ແມ່ນຜິດກັນເລື່ອງຫຍັງ? ເປັນຫຍັງນາງອ້ອມໃຈບໍ່ຫັກຫ້າມໄວ້? ຫຼືເປັນຫຍັງນາງອ້ອມໃຈຈຶ່ງໄດ້ລົງມືຄາຕະກຳຮ່ວມກັບທ້າວ ພັດສາຄອນ ?

ຄລິກເບິ່ງຂ່າວດັ່ງກ່າວຢູ່ນີ້: goo.gl/0cbKEr

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...