spot_img
Homeຂ່າວພາຍ​ໃນລາຍງານດ່ວນ! ເກີດເຫດແຜ່ນດິນໄຫວລະດັບ 4.9 ຣິກເຕີ້ທີ່ປະເທດລາວ

ລາຍງານດ່ວນ! ເກີດເຫດແຜ່ນດິນໄຫວລະດັບ 4.9 ຣິກເຕີ້ທີ່ປະເທດລາວ

Published on

ຕາມການລາຍງານຂ່າວຈາກເວັບໄຊຂ່າວ thairath ກັບ ອິດສະຫຼະ ເມື່ອເວລາປະມານ 05.10 ນາທີ ຕອນເຊົ້າຂອງວັນທີ 6 ພຶດສະພາ 2017 ສຳນັກແຜ່ນດິນໄຫວ ກົມອຸຕຸນິຍົມວິທະຍາ ລາຍງານ ເກີດເຫດແຜ່ນດິນໄຫວຈຸດສູນກາງທີ່ປະເທດລາວ ຂະໜາດແຮງສັ່ນສະເທືອນ 4.9 ຣິກເຕີ້ ທີ່ລະຕິຈູດ 19.81 ອົງສາເໜືອ ຮອງຈິຈູດ 101.42 ອົງສາຕະເວັນອອກ ຄວາມເລິກ 10 ກິໂລແມັດ ຫ່າງໄປທາງຕະເວັນອອກສຽງເໜືອ ເມືອງ ຫົງສາ ແຂວງ ໄຊຍະບູລີ ບັນດາບ້ານທີ່ໃກ້ກັບຈຸດທີ່ເກີດແຜ່ນດິນໄຫວປະກອບມີ ບ້ານແກ້ງແອ່ນ, ບ້ານ ນ້ຳຕັບ, ບ້ານ ທ່າສວ່າງ,​ ບ້ານ ກິວສາລາ, ບ້ານ ທ່ານຸ່ນ ແລະ ບ້ານ ຫ້ວຍໄລ່.

ເບື້ອງຕົ້ນແມ່ນບໍ່ມີລາຍງານເກີດຄວາມເສຍຫາຍ ແຕ່ສຳລັບຄົນທີ່ອາໃສຢູ່ຕຶກສູງ, ບ້ານເຮືອນສູງ ສາມາດຮັບຮູ້ແຮງສັ່ນສະເທືອນໄດ້.

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...