spot_img
Homeຂ່າວຕ່າງປະເທດຄິມຈອງອຶນ ກ່າວໂຈມຕີອາເມລິກາ ເຊື່ອວ່າບໍ່ມີຄວາມຊື່ສັດ ພ້ອມກ່າວຈະເປີດນໍາໃຊ້ການສື່ສານທາງໂທລະສັບກັບເກົາຫຼີໃຕ້ອີກຄັ້ງ

ຄິມຈອງອຶນ ກ່າວໂຈມຕີອາເມລິກາ ເຊື່ອວ່າບໍ່ມີຄວາມຊື່ສັດ ພ້ອມກ່າວຈະເປີດນໍາໃຊ້ການສື່ສານທາງໂທລະສັບກັບເກົາຫຼີໃຕ້ອີກຄັ້ງ

Published on

ວັນທີ 30 ກັນຍາ 2021 ສໍານັກຂ່າວ Theguardian ລາຍງານວ່າ ຄິມຈອງອຶນ ຜູ້ນໍາເກົາຫຼີເໜືອ ໄດ້ກ່າວໃນສະພາວ່າ ການຕິດຕໍ່ຂໍເຈລະຈາຂອງລັດຖະບານອາເມລິກາ ພາຍໃຕ້ການນໍາພາຂອງປະທານາທິບໍດີ ໂຈ ໄບເດນ ເປັນພຽງແຕ່ເປືອກນອກທີ່ມີເຈດຕະນາຮ້າຍເອົາໄວ້ ທີ່ບໍ່ໄດ້ປ່ຽນໄປຈາກລັດຖະບານຊຸດເກົ່າເລີຍ.

ໃນຊ່ວງທີ່ຜ່ານມາ, ລັດຖະບານອາເມລິກາ ພະຍາຍາມຂໍໂອ້ລົມກັບເກົາຫຼີເໜືອ ເຖິງເລື່ອງການປົດອາວຸດນິວເຄຍ ເພື່ອແລກກັບການຍົກເລີກນະໂຍບາຍຂ້ວມບາດມາຕະຫຼອດ ແຕ່ກໍບໍ່ໄດ້ຄໍາຕອບຮັບຈາກເກົາຫຼີເໜືອ. ລ່າສຸດ, ສື່ທ້ອງຖິ່ນຂອງລັດຖະບານເກົາຫຼີເໜືອເຜີຍວ່າ ຄິມຈອງອຶນ ໄດ້ກ່າວປະນາມຂໍ້ສະເໜີຍັງບໍ່ປ່ຽນໄປ ແຕ່ກັບມີກົນອຸບາຍຫຼາຍຂຶ້ນ.

ຢ່າງໃດກໍຕາມ, ຄິມຈອງອຶນ ໄດ້ສະແດງໃຫ້ເຫັນວ່າ ຕ້ອງການທີ່ຈະກັບມາເປີດການນໍາໃຊ້ໂທລະສັບ ລະຫວ່າງເກົາຫຼີເໜືອ ແລະ ເກົາຫຼີໃຕ້ອີກຄັ້ງໃນເດືອນ ຕຸລາ 2021 ນີ້ ເພື່ອສະແດງໃຫ້ເຫັນເຖິງການຮັບຮູ້ເຖິງຄວາມຕ້ອງການຂອງປະຊາຊົນ ທີ່ເນັ້ນໃສ່ຄວາມສໍາພັນລະຫວ່າງທັງສອງຝັ່ງຂອງເກົາຫຼີ ໃຫ້ດີຂຶ້ນ ແລະ ນໍາໄປສູ່ສັນຕິພາບທີ່ຍາວນານ.

ໃນ 1 ເດືອນຜ່ານມາ ສະຖານະການຢູ່ເກົາຫຼີເໜືອເກີດຄວາມເຄັ່ງຕຶງຂຶ້ນອີກຄັ້ງ ຫຼັງຈາກທີ່ເກົາຫຼີເໜືອໄດ້ທົດລອງລູກສອນໄຟ 3 ເທື່ອ ເຮັດໃຫ້ປະເທດອ້ອມຂ້າງເຊັ່ນ ເກົາຫຼີໃຕ້ ແລະ ຍີ່ປຸ່ນ ລວມທັງອາເມລິກາ ທີ່ເປັນພັນທະມິດກັບປະເທດຊາດ ກຳລັງຕິດຕາມສະຖານະການຢ່າງໃກ້ຊິດ.

ອ້າງອີງ:

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...