ຄາເຟ່ເຄື່ອນທີ່ສຳລັບເດັກນັກຮຽນ (ກິນຟຣີ-ດື່ມຟຣີ)

ໂຮງຮຽນອໍໂຣຣາພັບລິກ ສະກູລ ໃນລັດໂຄໂລຣາໂດ ໃນອາເມຣິກາໄດ້ຮັບການສະໜັບສະໜູນຈາກສຳນັກໂພຊະນາການ ກະຊວງກະສິກຳຂອງອາເມຣິກາໄດ້ຈັດຫາອາຫານເຊົ້າ ແລະ ທ່ຽງໃຫ້ແກ່ເດັກນັກຮຽນໃນຊ່ວງຢຸດຮຽນພາກລະດູຮ້ອນ ໂດຍການດັດແປງສະພາບລົດໂຮງຮຽນລຸ້ນເກົ່າໃຫ້ເປັນ “ຄາເຟ່ເຄື່ອນທີ່” ໃນນັ້ນ ກໍໄດ້ກຽມອາຫານໃຫ້ແກ່ບັນດານັກຮຽນເພື່ອໃຫ້ແນ່ໃຈວ່າເດັກນ້ອຍຈະມີອາຫານດີໆກິນເຖິງແມ່ນວ່າຈະບໍ່ໄດ້ໄປໂຮງຮຽນກໍຕາມ.

ໂຄງການດັ່ງກ່າວຊື່ວ່າ “ໂຄງການອາຫານພາກລະດູຮ້ອນ” ໂດຍໄດ້ກຽມອາຫານເພື່ອສຸຂະພາບ ລວມທັງຂະໜົມໄວ້ໃຫ້ເດັກນັກຮຽນ ແລະ ໄວລຸ້ນທີ່ອາໄສຢູ່ໃນເຂດພື້ນທີ່ທຸກຍາກ ຂະນະທີ່ຖ້າຫາກອາຍຸບໍ່ເຖິງ 18 ປີແມ່ນຈະບໍ່ໄດ້ເສຍເງິນຊື້ອາຫານ ຫຼື ຖ້າຫາກອາຍຸເກີນ 18 ປີກໍສາມາດຊື້ອາຫານໄດ້ໃນລາຄາປະຢັດ ໂຄງການດັ່ງກ່າວເລີ່ມມາແຕ່ປີ 2008.

ສຳລັບປີນີ້ຖືເປັນປີທຳອິດທີ່ມີການຈັດຫາລົດເກົ່າມາດັດແປງເປັນຮ້ານອາຫານເຄື່ອນທີ່ໄປຕາມຈຸດຕ່າງໆເພື່ອອຳນວຍຄວາມສະ ດວກໃຫ້ແກ່ເດັກບາງຄົນທີ່ຂາດແຄນ ຫຼື ບໍ່ມີເງິນຂີ່ລົດໄປໂຮງຮຽນເພື່ອກິນອາຫານດີໆທີ່ມີປະໂຫຍດເພາະຈະມີອາຫານໄປບໍລິການໃຫ້ເຖິງທີ່  ຊຶ່ງໂຄງການໃນປີນີ້ເລີ່ມມາແຕ່ວັນທີ 28 ພຶດສະພາຜ່ານມາ ແລະ ຈະສິ້ນສຸດໃນຊ່ວງຕົ້ນເດືອນສິງຫາ ໂດຍຄາເຟ່ເຄື່ອນທີ່ມີທັງໝົດ 3 ຄັນຊຶ່ງຈະໃຫ້ບໍລິການອາຫານເຊົ້າ ແລະ ທ່ຽງນັບແຕ່ວັນຈັນເຖິງວັນສຸກ ແລະ ຈະໃຫ້ບໍລິການຕາມຕ່າງໆທີ່ເດັກນັກຮຽນອາໄສຢູ່ ເພາະສະນັ້ນເຖິງແມ່ນວ່າຈະເປັນຊ່ວງປິດເທີມເດັກນັກຮຽນກໍຍັງຄົງໄດ້ກິນອາຫານດີໆ ແລະ ທີ່ສຳຄັນແມ່ນໄດ້ກິນຟຣີຄືກັບໃນຊ່ວງເປີດເທີມ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: matichon