Homeຂ່າວຕ່າງປະເທດແທນຊາເນຍກຽມປັບຂຶ້ນພາສີວິກຜົມປອມ

ແທນຊາເນຍກຽມປັບຂຶ້ນພາສີວິກຜົມປອມ

Published on

ມາດຕະການປັບຂຶ້ນພາສີຖືເປັນວິທີການຫາລາຍໄດ້ຫຼັກທາງໜຶ່ງຂອງລັດຖະບານທີ່ຈະຮຽກເກັບຈາກສິ່ງຕ່າງໆໃນອັດຕາໜ້ອຍ ຫຼື ຫຼາຍສ່ຳໃດກໍຂຶ້ນຢູ່ກັບວ່າ ລັດຖະບານຈະເອື້ອປະ ໂຫຍດໃຫ້ກັບຝ່າຍໃດຫຼາຍກວ່າລະຫວ່າງປະຊາຊົນຜູ້ບໍລິໂພກ ຜູ້ຜະລິດ ຫຼື ລັດຖະ ບານ.

ຊຶ່ງເມື່ອທ້າຍອາທິດທີ່ຜ່ານມາ ມີລາຍງານວ່າລັດຖະບານແທນຊາເນຍປະກາດຈະປັບຂຶ້ນພາສີທີ່ຮຽກເກັບຈາກສິນຄ້າຊະນິດຕ່າງໆເຊັ່ນ ຊ໋ອກໂກແລັດ ຂະໜົມປັງບິສກິດ ໂດຍຈາກເດີມເກັບໃນອັດຕາ 25% ເພີ່ມເປັນ 35% ລວມເຖິງສິນຄ້າທີ່ນຳເຂົ້າມາຈາກຕ່າງປະເທດ ໂດຍມາດຕະການນີ້ຈະເລີ່ມບັງຄັບໃຊ້ໃນເດືອນກໍລະກົດທີ່ຈະເຖິງນີ້.

ແຕ່ສິ່ງທີ່ເກີດເປັນປະເດັນກໍຄື ການປະກາດຈະເກັບພາສີວິກຜົມ ແລະ ແຮພີຊ ທີ່ນຳເຂົ້າມາຈາກຕ່າງປະເທດໃນອັດຕາສູງເຖິງ 25% ສ່ວນທີ່ຜະລິດໃນປະເທດຈະເກັບໃນອັດຕາ 10% ໂດຍອັດຕາພາສີທີ່ປັບເພີ່ມຂຶ້ນນັ້ນຈະສົ່ງຜົນໃຫ້ວິກຜົມຊຶ່ງມີລາຄາຖືກທີ່ສຸດທີ່ວາງຂາຍຢູ່ໃນທ້ອງຕະຫຼາດຂອງແທນຊາເນຍໃນຂະນະນີ້ (ລາຄາປະມານ 4 ໂດລາ) ຈະປັບສູງຂຶ້ນເປັນ 130 ໂດລາ.

ຂະນະທີ່ຝ່າຍທີ່ໄດ້ຮັບຜົນກະທົບໂດຍກົງຈາກມາດຕະການດັ່ງກ່າວນີ້ກໍຄື ອານາສຕາເຊຍ ຊິເກຣົາ ຜູ້ນຳເຂົ້າວິກຜົມລາຍໃຫຍ່ຊຶ່ງໄດ້ອອກມາປະນາມການເກັບພາສີວິກຜົມຂອງລັດຖະບານໂດຍໄດ້ກ່າວວ່າ ຄົນສ່ວນໃຫຍ່ນິຍົມວິກຜົມເພາະເຮັດໃຫ້ເຂົາເຈົ້າດູດີ ແລະ ໝັ້ນໃຈຂຶ້ນ ຂະນະທີ່ຍິງສາວລາຍໜຶ່ງທີ່ບໍ່ເປີດເຜີຍຊື່ກໍໄດ້ກ່າວວ່າ ຕົນເອງຕ້ອງຈ່າຍຄ່າຕໍ່ຜົມສູງເພິງ 450 ໂດລາ ຊຶ່ງມາດຕະການທີ່ອອກມາກໍປຽບເໝືອນເປັນການລົງໂທດແມ່ຍິງສ່ວນຫຼາຍທີ່ມັກແຕ່ງເຕີມຜົມ ແລະ ຢາກໃຫ້ຕົນເອງດູດີ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: matichon

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...