spot_img
Homeຂ່າວຕ່າງປະເທດຄະນະະແພດອົດສະຕຣາລີ ດຶງພະຍາດຕົວກົມທີ່ຍັງມີຊີວິດຢູ່ ອອກມາຈາກສະໝອງຄົນເຈັບ

ຄະນະະແພດອົດສະຕຣາລີ ດຶງພະຍາດຕົວກົມທີ່ຍັງມີຊີວິດຢູ່ ອອກມາຈາກສະໝອງຄົນເຈັບ

Published on

ຄະນະແພດໃນອົດສະຕຣາລີ ດຶງພະຍາດຕົວກົມທີ່ຍັງມີຊີວິດຢູ່ ອອກມາຈາກສະໝອງຄົນເຈັບ ເຊິ່ງພະຍາດນີ້ປົກກະຕິຈະພົບໃນງູ.

ສຳນັກຂ່າວ ABC Australia ໄດ້ລາຍງານວ່າ: ຄະນະແພດໃນອົດສະຕຣາລີໄດ້ໃຊ້ວິທີເອັມອາໄອ (MRI) ກວດຄົນເຈັບຊາວອົດສະຕຣາລີ ເພດຍິງ ອາຍຸ 64 ປີ ໃນຕອນທຳອິດລາວມີອາການເຈັບທ້ອງ ຖອກທ້ອງ ເປັນໄຂ້ ແລະ ເຫື່ອອອກຕອນກາງຄືນ ຕໍ່ມາຈຶ່ງມີອາການຫຼົງໆລືມໆ ແລະ ຊຶມເສົ້າ ຈຶ່ງໄດ້ກວດພົບຮອຍໂຣກຜິດປົກກະຕິທີ່ສະໜອງສ່ວນໜ້າ ແລະ ພົບແມ່ພະຍາດຕົວກົມ ຂະໜາດ 8 ຊັງຕີແມັດ ຊື່ Ophidascaris robertsi ເປັນພະຍາດທີ່ມັກຈະພົບໃນຈິງໂຈ້ ແລະ ງູມເຫຼືອມ ແຕ່ຄັ້ງນີ້ເປັນຄັ້ງທຳອິດທີ່ພົບພະຍາດຊະນິດນີ້ໃນຄົນ ແລະ ເປັນຄັ້ງທຳອິດທີ່ພົບພະຍາດນີ້ຂຶ້ນສະໝອງຂອງສິ່ງທີ່ມີຊີວິດ.

ນັກວິໄຈສັນນິຖານວ່າ ຄົນເຈັບໄດ້ຮັບພະຍາດຈາກການເກັບພືດຜັກໃຫ້ບ້ານມາກິນ ເຊິ່ງອາດປົນເປື້ອນໄຂ່ພະຍາດທີ່ອອກມາຈາກອາຈົມຂອງງູ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...