ຄະນະປະຈຳສະພາແຫ່ງຊາດ ພິຈາລະນາວຽກງານປະຈຳເດືອນສິງຫາ 2014

 

ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມປະຈຳເດືອນສິງຫາຂຶ້ນ ແຕ່ວັນທີ 28 – 29 ສິງຫານີ້ ຢູ່ຫໍສະພາ

ແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ ຕູ້ປະທານສະພາແຫ່ງຊາດ ເຊິ່ງໄດ້້ປຶກສາຫາ

ລື, ພິຈາລະນາ ແລະ ປະກອບຄວາມເຫັນໃສ່ ການຕີຄວາມໝາຍບາງມາດຕາ ຂອງຮ່າງກົດໝາຍຈຳນວນໜຶ່ງ

ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VII ທີ່ຈະຈັດຂຶ້ນໃນຕໍ່

ໜ້າ, ພິຈາລະນາຮ່າງມະຕິຂອງ ຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍລະບຽບການປະສານງານພາຍໃນສະພາ

ແຫ່ງຊາດ, ຮັບຟັງການລາຍງານ ການຈັດຕັ້ງປະຕິບັດການເຄື່ອນໄຫວຂອງກົມສື່ມວນຊົນຂອງສະພາແຫ່ງ

ຊາດ, ລວມທັງການຄຸ້ມຄອງລາຍຮັບ-ລາຍຈ່າຍ ແລະ ແຜນງົບປະມານໃນອະນາຄົດ ແລະ ຂໍການອະນຸມັດນຳ

ໃຊ້ເງິນສະສົມຈາກການຈຳໜ່າຍ ແລະ ໂຄສະນາໜັງສືພິມຜູ້ແທນປະຊາຊົນ.

 

ນອກຈາກນີ້, ຍັງໄດ້ຮັບຊາບກ່ຽວກັບສະພາບໂດຍລວມ ໃນການກະກຽມກອງປະຊຸມໄອປາ (AIPA) ຄັ້ງທີ 35

ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 14-20 ກັນຍາ 2014 ທີ່ຈະມາເຖິງນີ້ ແລະ ຮັບຟັງ

ຜົນຂອງ ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງ ທີ 47 ຢູ່ເນປີດໍ ປະເທດມຽນມາ.

 

ແຫຼ່ງຂ່າວ: ລາວພັດທະນາ