Homeສຸຂະພາບ ແລະ ສີ່ງແວດລ້ອມນາຍົກອອກຄຳສັ່ງເຂັ້ມງວດ ປ້ອງກັນ ແລະ ສະກັດກັ້ນພະຍາດອີໂບລາ

ນາຍົກອອກຄຳສັ່ງເຂັ້ມງວດ ປ້ອງກັນ ແລະ ສະກັດກັ້ນພະຍາດອີໂບລາ

Published on

 

ປະ­ຈຸ​ບັນມີ​ການ​ລະ­ບາດ​ໃຫຍ່ຂອງ​ພະ­ຍາດ​ອີ​ໂບ​ລາຢູ່​ປະ­ເທດ​ເຊ​ຣາ​ລີ, ອອນ​ໄລ​ບີ​ເຣຍ, ກີ​ນີ ແລະ ໄນ​ຈີ​ເຣຍ ໃນທະ­ວີບ

​ອາ​ຟຣິກ​ກາ ຂະ­ນະ​ທີ່​ປະ­ເທດ​ເຮົາຍັງ​ບໍ່​ມີ​ການ​ລະ­ບາດ ​ແຕ່​ກໍ​ມີ​ຄວາມ​ສ່ຽງຈາກ​ການ​ເຂົ້າ­ຂອງ​ຜູ້­ໂດຍ­ສານ​ທີ່​ເດີນທາງ​

ມາ​ຈາກ​ປະ­ເທດ​ທີ່​ມີ​ການ​ລະ­ບາດ ສະ­ນັ້ນ ເມື່ອ​ວັນ​ທີ 26 ສິງ­ຫາ​ຜ່ານ​ມາ ເພື່ອ​ເປັນ​ການ​ປ້ອງ​ກັນ ແລະ ສະ­ກັດ​ກັ້ນ

ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ​ລັດຖະ​ມົນ­ຕີຈິ່ງ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ທຸກ​ຂັ້ນ ເອົາ­ໃຈ­ໃສ່​ການ​ປ້ອງກັນ ແລະ ສະ­ກັດ​ກັ້ນ

ຂອງ​ພະ­ຍາດ​ດັ່ງ­ກ່າວ​ຢ່າງ​ເຂັ້ມ​ງວດ ແລະ ທັນ​ການ.

ຕາມ​ຂໍ້​ມູນ​ຈາກ​ຫ້ອງ­ການ​ລັດ​ຖະບານ​ໃຫ້​ຮູ້​ວ່າ: ກະ­ຊວງ​ສາ­ທາ­ລະ­ນະ​ສຸກເປັນ​ຈຸດ​ປະ­ສານ​ງານ​ສະ­ກັດ​ກັ້ນ​ພະ­ຍາດ

ອີ​ໂບ​ລາ ໂດຍ​ເອົາ­ໃຈ­ໃສ່​ຕິດ­ຕາມ​ສະພາບ​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວໃນ​ທົ່ວ​ໂລກ ​ຢ່າງ​ໃກ້­ຊິດ​ປະ­ສານ​ສົມ­ທົບ

ກັບ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ແລະ ປະ­ເທດອາ​ຊຽນ​ໃນ​ການ​ແລກ­ປ່ຽນ​ຂໍ້​ມູນ​ຂ່າວສານ ແລະ ມາດ​ຕະ­ການ​ກັນ​ພະ­ຍາດ​

ຕາມລະ­ບຽບ​ສາ­ທາ­ລະ­ນະ​ສຸກ​ສາ­ກົນ​ເຜີຍ­ແຜ່ຄວາມ​ຮູ້ ແລະ ວິ­ທີ​ປ້ອງ​ກັນ​ຕົນ​ເອງ​ໃຫ້ປະ­ຊາ­ຊົນ.

ເພີ່ມ​ທະ­ວີ​ການ​ເຝົ້າ​ລະ­ວັງ​ໃນ​ທົ່ວ​ປະເທດ​ຮັບ­ປະ­ກັນ​ໃຫ້​ມີ​ແພດ​ປະ­ຈຳ​ຢູ່​ດ່ານສາ­ກົນ​ຕ່າງໆ ໂດຍ​ສະ­ເພາະ​ໃນ​ສະ­ໜາມ

ບິນ​ສາ­ກົນ​ວັດ​ໄຕ ແຂວງ​ຫຼວງ​ພະ​ບາງ, ສະ­ຫວັນ​ນະ​ເຂດ, ຈຳ­ປາ​ສັກ ແລະ ຂົວມິດ­ຕະ­ພາບ 1, 2, 3 ແລະ 4 ເພື່ອ​ກວດ

ກາ ແລະ ຕິດ­ຕາມ​ທຸກໆ​ຜູ້­ໂດຍ­ສານ​ທີ່​ເດີນທາງ​ມາ​ຈາກ​ປະ­ເທດ​ທີ່​ມີ​ການ​ລະ­ບາດ ແລະ ໃຫ້​ກັກ​ກັນ​ຜູ້­ໂດຍ­ສານ​ດັ່ງ­

ກ່າວ ຖ້າຫາ​ກວ່າ​ມີ​ອຸນ­ຫະ­ພູມ​ຫຼາຍ​ກວ່າ 38 ອົງສາ.

ເລັ່ງ​ສ້າງ​ຄວາມ​ເຂັ້ມ­ແຂງ​ຫ້ອງ​ວິເຄາະ​ໃນ​ການ­ບົ່ງ­ມະ­ຕິ​ຢັ້ງ­ຢືນ​ພະ­ຍາດ​ອີໂບ​ລາ ກະ­ກຽມ​ຫ້ອງ​ແຍກ​ປ່ຽວ​ພາ­ຫະນະ​ອຸ­ປະ

­ກອນ​ຢາ ແລະ ສານ​ເຄ​ມີ​ ສືບ­ຕໍ່ຝຶກ​ອົບ­ຮົມ​ໃຫ້​ພະ­ນັກ­ງານ​ແພດ​ໝໍ ແລະ ພະ­ນັກ­ງານ​ປະ­ຈຳ​ດ່ານ​ກ່ຽວ​ກັບ​ການຄຸ້ມ

​ຄອງກໍ­ລະ­ນີ​ພະ­ຍາດ​ລະ­ບາດ​ ສືບ­ຕໍ່ປັບ­ປຸງ​ທີມ​ງານ​ຕອບ​ໂຕ້​ດ່ວນ ພ້ອມ​ທັງເລັ່ງ​ສ້າງ​ແຜນງົບ­ປະ­ມານ​ເພື່ອ​ປ້ອງ​ກັນ

ແລະ ສະ­ກັດກັ້ນ​ການ​ລະ­ບາດ​ຂອງ​ພະ­ຍາດ​ອີ​ໂບ​ລາແລ້ວ​ ນຳ​ສະ­ເໜີ​ຕໍ່​ລັດ­ຖະ­ບານ​ ເພື່ອ​ພິ​ຈາລະ​ນາ​ດ່ວນ.

ທ່ານ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງຈັນ ແລະ ບັນ­ດາ​ເຈົ້າ­ແຂວງ​ໃນ​ທົ່ວ​ປະເທດ ​ໃຫ້​ເອົາ­ໃຈ­ໃສ່​ຊີ້​ນຳŒນຳ­ພາ​ພະ​ແນກການ​

ຕ່າງໆ​ອ້ອມ​ຂ້າງ​ຂອງ​ຕົນ​ ກໍ​ຄື​ອຳນາດ​ການ​ປົກ­ຄອງ​ຂັ້ນ​ເມືອງ ແລະ ຂັ້ນບ້ານລະ­ດົມ​ພໍ່​ແມ່​ປະ­ຊາ­ຊົນ​ທຸກ​ຄົນ​ມີສ່ວນ​

ຮ່ວມໃນ​ການ​ກັນ​ພະ­ຍາດ​ອີ​ໂບ​ລາຢ່າງ​ເປັນ​ເຈົ້າ​ການ ແລະ ໃຫ້​ກະ­ຊວງປ້ອງ​ກັນ​ຄວາມ​ສະ­ຫງົບ ໂດຍ​ສະ­ເພາະພາກ­

ສ່ວນ​ຮັບ­ຜິດ­ຊອບ​ດ່ານ​ກວດ­ກາຄົນ​ເຂົ້າŒອອກ​ເມືອງ ​ຢູ່​ບັນ­ດາ​ດ່ານ​ສາກົນ​ໃນ​ທົ່ວ​ປະ­ເທດ​ເອົາ­ໃຈ­ໃສ່​ເຂັ້ມ​ງວດຕໍ່​ການ

​ເຂົ້າ­ຂອງ​ຜູ້­ໂດຍ­ສານ ​ທີ່​ເດີນມາ​ຈາກ​ປະ­ເທດ​ທີ່​ມີ​ການ​ລະ­ບາດ ຊຶ່ງຕ້ອງ​ໄດ້​ຜ່ານ​ການ​ກວດ­ກາ​ໂດຍ​ເຈົ້າ​ໜ້າທີ່​ແພດ

​ປະ­ຈຳ​ດ່ານ​ກ່ອນ​ທຸກຄັ້ງ.

ສຳ­ລັບ​ກະ­ຊວງ​ການ​ຕ່າງ­ປະ­ເທດໃຫ້​ຕິດ­ຕາມ  ແລະ ເກັບ​ກຳ​ຂໍ້​ມູນ​ການ​ຂໍ​ອະ­ນຸ­ມັດ​ວີ​ຊາ​ເຂົ້າ​ປະ­ເທດ​ຂອງ​ຜູ້​ທີ່​ມາຈາກ​

ປະ­ເທດ​ທີ່​ມີ​ການ​ລະ­ບາດ ໃນ​ໄລ­ຍະ 21 ວັນ​ຜ່ານ​ມາ ແລ້ວ​ແຈ້ງ​ໃຫ້​ກະ­ຊວງສາ­ທາ­ລະ­ນະ​ສຸກ​ຊາບ ແລະ ແນະ­ນຳ​ໃຫ້ພົນ­

ລະ­ເມືອງ​ລາວ​ຫຼີກ​ລ້ຽງ​ການ​ເດີນທາງ​ທີ່​ບໍ່​ຈຳ­ເປັນ​ໄປ​ປະ­ເທດ​ດັ່ງ­ກ່າວ.

ດ້ານ​ກະ­ຊວງ​ຖະ​ແຫຼ່ງ​ຂ່າວ, ວັດ​ທະນະ​ທຳ ແລະ ທ່ອງ​ທ່ຽວ ໂຄ­ສະ­ນາ​ເຜີຍແຜ່​ທາງ​ໂທລະ­ພາບ​ວິ­ທະ­ຍຸ ແລະ ອື່ນໆ ໃຫ້​

ຄວາມ​ຮູ້​ທົ່ວ​ໄປ​ທີ່​ຖືກ­ຕ້ອງ​ແກ່​ປະ­ຊາຊົນ ​ໃນ​ການ​ປ້ອງ​ກັນ​ພະ­ຍາດ ແລະ ເນາະນຳ​ໃຫ້​ປະ­ຊາ­ຊົນ​ເພື່ອ​ແຈ້ງ ແລະ ສອບ​

ຖາມ​ຂໍ້​ມູນ​ເພີ່ມ​ເຕີມ​ທາງ​ສາຍ​ດ່ວນ​ກະຊວງ​ສາ­ທາ­ລະ­ນະ​ສຸກ 166 ຕະ­ຫຼອດ 24 ຊົ່ວ­ໂມງ.

ຂະ­ນະ​ທີ່​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ໃນ​ຄຳ​ສັ່ງ​ລະ­ບຸ​ໃຫ້​ອຳ­ນວຍຄວາມ​ສະ­ດວກ​ສະ­ຖານ­ທີ່ ​ໃນ​ການ​ກວດກັ່ນ​ຕອງ​

ຢູ່​ບັນ­ດາ​ດ່ານ​ສາ­ກົນ​ຕ່າງໆ ໂດຍ​ສະ­ເພາະ​ໃນ​ສະ­ໜາມ​ບິນ​ສາ­ກົນວັດ​ໄຕ, ແຂວງ​ຫຼວງ​ພະ​ບາງ, ສະ­ຫວັນນະ​ເຂດ, ຈຳ­ປ

າ​ສັກ ແລະ ບັນ­ດາ​ຂົວ​ມິດຕະ​ພາບ 1, 2, 3 ແລະ ຂົວ​ມິດ​ຕະະພາບ.

ແຫຼ່ງຂ່າວ: ເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...