spot_img
Homeຂ່າວພາຍ​ໃນຄະນະນຳຂັ້ນຕ່າງໆຂອງກົມໃຫຍ່ການເມືອງກອງທັບ ເຂົ້າອວຍພອນຄະນະນຳກົມໃຫຍ່ການເມືອງກະຊວງ ປກສ

ຄະນະນຳຂັ້ນຕ່າງໆຂອງກົມໃຫຍ່ການເມືອງກອງທັບ ເຂົ້າອວຍພອນຄະນະນຳກົມໃຫຍ່ການເມືອງກະຊວງ ປກສ

Published on

thu3apr6

ວັນທີ 2 ເມສາ 2014 ນີ້, ຄະນະນຳຂັ້ນຕ່າງໆຂອງກົມ ໃຫຍ່ການເມືອງກອງທັບໄດ້ ພ້ອມກັນນຳເອົາກະຕ່າດອກ ໄມ້, ກະຕ່າຂອງຂວັນພ້ອມ ຄຳອວຍພອນໄຊອັນປະເສີດ ເຂົ້າອວຍພອນການນຳຂັ້ນ ຕ່າງໆຂອງກະຊວງປ້ອງກັນ ຄວາມສະຫງົບເນື່ອງໃນໂອ ກາດວັນສ້າງຕັ້ງກຳລັງປ້ອງ ກັນຄວາມສະຫງົບຄົບຮອບ 53 ປີ (5/4/1964-5/4/2014) ແລະ ວັນບຸນປີໃໝ່ລາວທີ່ຈະມາເຖິງມໍ່ໆນີ້.
ໃນນັ້ນກົມໃຫຍ່ການເມືອງ ກອງທັບເຊິ່ງນຳໂດຍສະຫາຍ ພົນຈັດຕະວາ ສຸບັນ ຫຸນນະຈຳ ປາ, ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບພ້ອມ ດ້ວຍ 3​ ອົງການຈັດຕັ້ງມະຫາ ຊົນກໍ່ໄດ້ນຳເອົາກະຕ່າດອກ ໄມ້ເຂົ້າອວຍພອນສະຫາຍ ພົນຈັດຕະວາ ອາລູ ວາລີຊື່, ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະ ຫງົບພ້ອມດ້ວຍຄະນະ.
ກົມພະນັກງານກົມໃຫຍ່ ການເມືອງກອງທັບນຳໂດຍ ສະຫາຍພັນເອກ ພູມີ ດາລາ ເພັດ, ຮອງຫົວໜ້າກົມພະນັກ ງານ ພ້ອມດ້ວຍຄະນະກໍ່ໄດ້ ນຳເອົາກະຕ່າຂອງຂວັນເຂົ້າ ອວຍພອນກົມກໍ່ສ້າງກຳລັງ ແລະ ກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໂດຍ
ການຕ້ອນຮັບຂອງສະຫາຍ ພັນເອກ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມກໍ່ສ້າງກຳລັງ ແລະ ສະຫາຍພັນໂທ ສົມກັກ ປັນ ຍາສີ, ຫົວໜ້າກົມຈັດຕັ້ງພະ ນັກງ  ນກົມໃຫຍ່ການເມືອງ ປກສ.
ກົມໂຄສະນາກົມໃຫຍ່ການ ເມືອງກອງທັບ ເຊິ່ງນຳໂດຍ ສະຫາຍພັນເອກ ສາຍສະ ໝອນ ສະຫຼັບແສງ, ຫົວໜ້າ ກົມໂຄສະນາອົບຮົມກົມໃຫຍ່ ການເມືອງກອງທັບພ້ອມ ດ້ວຍຄະນະໄດ້ນຳເອົາກະຕ່າ ຂອງຂວັນເຂົ້າອວຍພອນກົມ ໂຄສະນາອົບຮົມກົມໃຫຍ່ ການເມືອງ ປກສ ໂດຍການ ຕ້ອນຮັບຂອງສະຫາຍພັນໂທ ບຸນທະໜອມ ສຸກກະເສີມສຸກ, ຮອງຫົວໜ້າກົມໂຄສະນາອົບ ຮົມກົມໃຫຍ່ການເມືອງ ປກສ ພ້ອມດ້ວຍຄະນະ.

 

ທີ່ມາ   http://www.kongthap.gov.la/

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...