spot_img
Homeຂ່າວທ້ອງຖິ່ນຄະນະຊ່ຽວຊານແພດຈີນສືບຕໍ່ປະຕິບັດວຽກງານຕອບໂຕ້ໂຄວິດຢູ່ ສປປ ລາວຢ່າງອົດທົນທີ່ສຸດ

ຄະນະຊ່ຽວຊານແພດຈີນສືບຕໍ່ປະຕິບັດວຽກງານຕອບໂຕ້ໂຄວິດຢູ່ ສປປ ລາວຢ່າງອົດທົນທີ່ສຸດ

Published on

ວັນທີ 7 ພຶດສະພາເປັນມືທີ່ 4 ທີ່ຄະນະຊ່ຽວຊານການແພດຈີນໄດ້ມາຊ່ວຍ ສປປ ລາວ. ໃນຕອນເຊົ້າຈຸຄຸ້ມຄອງການລະບາດໄດ້ແບ່ງເປັນສອງກຸ່ມ ເພື່ອຕີດຕາມເກັບກໍາຂໍ້ມູນ ແລະ ເຮັດວຽກຢູ່ສະຖານທີ່ເກັບຕົວຢ່າງຕ່າງໆ ພ້ອມທັງແນະຂັ້ນຕອນຕ່າງໆໃນການເກັບຕົວຢ່າງໃຫ້ກັບແພດໝໍລາວ ລວມທັງມາດຕະຖານໃນການກໍານົດຜູ້ສໍາຜັດໃກ້ຊິດ, ການຂ້າເຊື້ອຢູ່ສະຖານທີ່ເກັບຕົວຢ່າງ ແລະ ອື່ນໆ.

ທ່ານ ຫວາງຈ້ຽນຄຸນ ຫົວໜ້າຄະນະຊ່ຽວຊານການແພດຈີນໄດ້ນໍາພາຈຸໜຶ່ງໄປສໍາຫຼວດຢູ່ເຂດຕະຫຼາດຊັ່ງຈ່ຽງ ເຊິ່ງເປັນເຂດທີ່ຄົນຈີນດໍາລົງຊີວິດ ແລະດໍາເນີນທຸລະກິດເປັນຈໍານວນຫຼວງຫຼາຍ. ປັດຈຸບັນ, ຍັງໄດ້ເປັນໜຶ່ງໃນສະຖານທີ່ສັກຢາວັກຊີນ ເຊິ່ງຈຸຊ່ຽວ ຊານສະເພາະດ້ານໄດ້ຊີ້ນໍາ ແລະ ອົບຮົມໃຫ້ແພດໝໍທີ່ປະຈໍາກ່ຽວກັບມາດຕະຖານການສັກຢາ ແລະ ການຮັບມືກັບກໍລະນີສຸກເສີນນໍາອີກ ທັງໄດ້ແນະນໍາປັບປຸງມາດຕະການປ້ອງກັນການຕິດເຊື້ອຕື່ມອີກ.

ກະຊວງສາທາລະນະສຸກ, ຊ່ຽວຊານອີກຈຸໜຶ່ງໄດ້ອົບຮົມ ແລະ ແລກປ່ຽນຄໍາຄິດຄໍາເຫັນກັບບັນດາພະນັກງານຫຼັກແຫຼ່ງຂອງກະຊວງ ພາຍໃຕ້ຫົວຂໍ້ເຕັກນິກການປ້ອງກັນ ແລະ ຄວບຄຸມການລະບາດພາຍໃນໂຮງໝໍ ແລະ ຄວາມຮູ້ກ່ຽວກັບວັກຊິນ ເຊິ່ງການຝຶກອົບຮົມໄດ້ດໍາເນີນໄປຢ່າງກົງໄປກົງມາ. ນອກນີ້, ຍັງມີຄະນະຊ່ຽວຊານບາງຈຸໄດ້ໄປອົບຮົມກ່ຽວກັບການປ້ອງກັນໂຄວິດ-19 ຢູ່ບາງບໍລິ ສັດລາວ ແລະ ຈີນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...