ຄອງ​ລະບາຍ​ນ້ຳຕັນ! ຖ້າ​ຊັກຊ້າບໍ່​ແກ້​ໄຂ​ແຕ່​ຫົວທີ ອາດ​ເກີດ​ມີ​ນ້ຳ​ຖ້ວມ​​ໃນ​ຍາມ​ຝົນ!

water way

ຄືດັ່ງ​ທີ່​ຮູ້​ນຳ​ກັນ​ແລ້ວ​ໃນ​ລະດູຝົນ​ຜ່ານ​ມາ ຢູ່​ນະຄອນຫຼວງວຽງຈັນ ​ໄດ້​ເກີດ​ມີ​ສະພາບ​ນ້ຳ​ຖ້ວມ​ເສັ້ນທາງຫຼາຍ​ເສັ້ນ ຍ້ອນ​ບັນຫາ​ທໍ່ລອດ​ທາງ, ຄອງ​ລະບາຍ​ນ້ຳ​ຢູ່​ຕາມ​ຈຸດ​ຕ່າງໆ ມີ​ການ​ອຸດ​ຕັນ. ເຖິງ​ແນວ​ໃດ​ກໍ​ຕາມ ມາ​ຮອດ​ດຽວນີ້​ຄອງ​ລະບາຍ​ນ້ຳ​ສາຍຫຼັກນັບ​ແຕ່​ວັດ​ໄຕ-ໜອງດ້ວງ -ໜອງບົວ ທອງ ລົງ​ສູ່​ຄອງ​ລະບາຍ​ນ້ຳ​ສັກ ​ໄປ​ຫາ ຮອງ​ແຊງ ລົງ​ບຶງ​ທາດຫຼວງ, ​ເຫັນ​ວ່າ​ຍັງ​ມີຫຼາຍຈຸດ​ເກີດ​ມີ​ສະພາບ​ນ້ຳ​ອັ່ງ, ນ້ຳ​ເສຍ​ປະ​ປົນ​ຢູ່ ອັນ​ເນື່ອງ​ມາ​ຈາກ​​ບາງ​ຈຸດ​ມີ​ສິ່ງ​ກີດຂວາງ​ບໍ່ສາ ມາດ​ເຮັດ​ໃຫ້​ນ້ຳ​ໄຫຼສະດວກ ຖ້າ​ຫາກ​ພວກ​ເຮົາ​ບໍ່ຊອກ​ຫາ​ວິທີ​ແກ້​ໄຂ​ຕັ້ງ​ແຕ່​ຫົວ​ທີ​ອາດ​ມີ​ຜົນ​ກະທົບ​ ຕໍ່ບັນຫາ​ນ້ຳ​ຖ້ວມ​ທາງ​ແບບ​ຊ້ຳ​ຮອຍ​ຄື​ກັບ​ໄລຍະ​ລະດູ​ຝົນ​ຜ່ານ​ມາ.

ສະພາບ​ນ້ຳ​ປ່າ​ສັກ, ຮ່ອງ​ແຊງ​ໃນ​ປັດຈຸບັນ​ນັບ​ວ່າ​ມີ​ຄວາມ​ແຕກ​ຕ່າງ​ຈາກຫຼາຍປີ​ກ່ອນ, ​ເຊິ່ງ​ໃນ​ແຕ່​ລະ​ຍ່ານ​ຄອງ​ລະບາຍ​ນ້ຳ​ເກີດ​ມີ​ຜັກ​ຕົບ, ​ແລະ ຫຍ້າ​ປະ​ເພດຕ່າງໆ ປົກ​ຫຸ້ມ​ຢູ່​ຕາມ​ເກາະດອນ​ນ້ອຍຂອງ​ຄອງ​ນ້ຳ, ສະພາບ​​ນ້ຳເປື​ເປື້ອ​ນ, ບໍ່ໄສ​ຄື​ແຕ່​ກ່ອນ ຍ້ອນ​ຂາດ​ການ​ບົວລະບັດຮັກສາ. ນັບ​ແຕ່​ຕົ້ນ​​ຄອງ​ລະບາຍ​ນ້ຳ​ຈາກ​ວັດ​ໄຕມາ​ຮອດໜອງບົວ ທອງ​ມີ​ສະພາບ​ການ​

ຖິ້ມ​ເສດ​ນ້ຳມັນ ແລະ ສິ່ງ​ເສດ​ເຫຼືອອື່ນໆລົງ​ສູ່​ຄອງ​​ນ້ຳ​ສາຍ​ດັ່ງກ່າວ​ນີ້, ພາ​ໃຫ້​ເກີດມີ​​ກິ່ນ​ເໝັນ. ຖ້າ​ຍັງ​ຂາດ​ການ​ເອົາ​ໃຈ​ໃສ​ໃນ​ການ​ເຮັດອະນາ​ໄມ​ລ່ວງ​ຄອງ​ລະບາຍ​ດັ່ງກ່າວ, ຈະ​ກໍ່​ໃຫ້​ເກີດ​ຜົນ​ກະທົບຫຼາຍໆຢ່າງ​ຕາມ​ມາ ​ເຊັ່ນ : ຈະ​ມີ​ກິ່ນ​ເໜົ່າ​ເໝັນຈະເປັນ​ບ່ອນແຜ່​ຂະຫຍາ​ຂອງຍຸງ​ລາຍ ​ແລະ ​ເມື່ອ​ຝົນຕົກ​ລົງ​ມາ​ແຮງ​ອາດ​ເກີດ​ສະພາບ​ນ້ຳ​ຖ້ວມ​ກໍ​ເປັນ​ໄດ້.

ນອກຈາກ​ນີ້, ຍັງ​ມີ​ຄອງ​ລະບາຍ​ນ້ຳ​ອີກຫຼາຍສາຍ​ຢູ່​ໃນ​ນະຄອນຫຼວງວຽງຈັນ ເຊິ່ງພາກ ສ່ວນ​ກ່ຽວຂ້ອງຄວນ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຊອກ​ວິທີ​ທາງ​ແກ້​ໄຂ​ສິ່ງ​ເປີ້​ເປື້ອນດັ່ງກ່າວ​ຄື: ຄອງ ​ລະບາຍ​ນ້ຳ​ຈາກ​ຂົວ​ຂາວ​ເສັ້ນທາງ​ຄູ​ວຽງ ຫາ ຕະຫຼາດຂົວ​ດິນ ຫາ ​ໂພນ​ທັນ, ຮອງ​​ແກ ລົງ​ສູ່​ທາດຫຼວງ ​ແລະ ຈາກໜອງບອນ ບ້ານ​ສີ​ບຸນ​ເຮືອງ ຫາ ຮອງ​ໄກ່​ແກ້ວ​ ອອກ​ສູ່​ໂພນ​ພະ​ເນົາ ລົງຮອງ​ແຊງ ​ແລະ ອີກ​ຈຸດໜຶ່ງຈາກ ຮອງ​ແຊງ ອອກ​ສູ່​ໂພນ​ຕ້ອງ ​ເຊິ່ງ​ເປັນ​ຈຸດ​ທີ່​ເກີດ​ມີ​ນ້ຳ​ຖ້ວມ​ທາງ​​ເປັນ​ປະ​ຈຳ​ໃນ​ແຕ່ລະ​ປີ. ສະນັ້ນ ​ຈະ​ຕ້ອງ​ໄດ້​ເບິ່ງ​ຄືນ​ບັນຫາ​ການ​ປຸກ​ສ້າງ ​ເພາະ​ເປັນ​ສິ່ງ​ກີດຂວາງ​ການ​ລະບາຍ​ນ້ຳ​ອອກ​ຈາກ​ຕົວ​ເມືອງ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ