spot_img
Homeຂ່າວເຫດການສະກັດກັ້ນ ການລັກລອບນຳເຂົ້າສັດປີກ ບໍ່ຖືກລະບຽບ

ສະກັດກັ້ນ ການລັກລອບນຳເຂົ້າສັດປີກ ບໍ່ຖືກລະບຽບ

Published on

20150119133845

ເພື່ອ​ເປັນ​ການ​ສະກັດ​ກັ້ນ​ປາກົດ​ການ​ຫຍໍ້ທໍ້​ທີ່​ເກີດ​ຂຶ້ນ ຫ້ອງການ​ອຸດສາຫະກຳ-ການ​ຄ້າ ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ ຮ່ວມ​ກັບ ​ປກສ ເມືອງ ໄດ້ຕິດຕາມ​ກວດກາ ໃນ​ເວລາ 6:30 ໂມງຂອງ​ວັນ​ທີ 5 ມັງກອນ 2015 ລົງ​ກວດກາ​ລົດ​ຮຸນໄດ​ສອງ​ຄັນ ທີ່​ກຳລັງ​ຂົນ​ເປັດ ໄກ່ ທີ່​ພວກ​ກ່ຽວ​ໄດ້​ນຳ​ເຂົ້າ​ມາ​ຈາກປະເທດ​ເພື່ອນ​ບ້ານ.

ຕາມ​ເຈົ້າ​ໜ້າທີ່​ໃຫ້​ຮູ້​ວ່າ: ຂະບວນ​ການ​ລັກລອບ​ນຳ​ເຂົ້າ​ສັດ​ປີກດັ່ງກ່າວ ​ແມ່ນ​ໄດ້​ມີ​ຢູ່​ຈຸດ​ເຂດ​ບ້ານ​ນາລ້ອງ​ເປັນ​ສ່ວນ​ຫຼາຍ ຜ່ານການ​ກວດກາ​ຂອງ​ເຈົ້າ​ໜ້າທີ່ ຕາມ​ການ​ພົບ​ເຫັນ​ຕົວ​ຈິງ​ ເຫັນວ່າ​ຢູ່​ໃນ​ລົດ​ບັນທຸກ​ເຄື່ອງ​ຂອງ​ດັ່ງກ່າວ​ນັ້ນ​ແມ່ນ​ມີ: ເປັດ ໄກ່ ທີ່ພວກ​ກະທຳ​ຜິດ ໄດ້​ນຳ​ເຂົ້າ​ມາຈາກ​ປະເທດ​ເພື່ອນ​ບ້ານ​ແບບ​ບໍ່ໄດ້​ຮັບ​ອະນຸຍາດ ແມ່ນ​ຜິດ​ຕໍ່​ລະບຽບ​ກົດໝາຍ ແລະ ກໍ່​ເປັນ​ອີກຊ່ອງ​ທາງ​ທີ່​ເຮັດ​ໃຫ້​ປາກົດການຫຍໍ້ທໍ້​ດັ່ງກ່າວ ​ມັກ​ຈະ​ເກີດ​ຂຶ້ນ​ຊ້ຳແລ້ວ​ຊ້ຳ​ອີກ ເຊິ່ງ​ລາຍການ​ຢຶດໄດ້​ມີ​ໄກ່ລາດ​ນ້ອຍ​ເປັນ​ຈຳນວນ 57kgເປັດ 56 kg ໄກ່ລາດໃຫຍ່​ເປັນ 30 ໂຕ ລວມ 113 ກັບ 30 ໂຕ ແລະ ໄກ່ງວງ​ອີກ​ຈຳນວນໜຶ່ງ ຕໍ່​ກັບ​ການ​ສອບ​ຖາມ​ຂອງເຈົ້າ​ໜ້າທີ່​ຕໍ່​ຜູ້ກ່ຽວ ຖື​ວ່າ​ເປັນການ​ກະທຳ​ຜິດ​ຄັ້ງ​ທຳ​ອິດ ສະນັ້ນ ຈຶ່ງ​ໄດ້​ກ່າວ​ເຕືອນ​ເຮັດ​ບົດ​ບັນທຶກລາຍ​ງານ​ຕໍ່​ຂັ້ນ​ເທິງ ແລະ ມີ​ການປັບໄໝ​ຜູ້ກ່ຽວ ຈຳນວນ 5.600.000 ກີບ ສ່ວນ​ສິນຄ້າ​ດັ່ງກ່າວ ​ແມ່ນ​ໄດ້​ແຈ້ງ​ໃຫ້​ໜ່ວຍ​ງານກ່ຽວຂ້ອງ​ມາ​ກວດກາ​ຕົວ​ຈິງ.

ກ່ອນ​ໜ້າ​ນີ້ ໃນ​ວັນ​ທີ 27 ທັນວາ 2014 ຜ່ານ​ມາ ຫ້ອງການອຸດສາຫະກຳ ແລະ ການ​ຄ້າ ເມືອງ​ຫາດ​ຊາຍ​ຟອງ ໄດ້​ລົງ​ກວດກາ​ສິນຄ້າ​ທີ່​ເກືອດ​ຫ້າມ ແລະ ໝົດ​ອາຍຸ ພົບ​ເຫັນ​ມີ​ເຂົ້າໜົມ 171 ອັນ 8 ລາຍການ ຢາສູບ 8 ຕຸດ ໄພ້ 20 ກັບ ແລະ ສິ້ນໄໝ​ທຽມ 13 ຜືນ ສ່ວນ​ສິນຄ້າ​ດັ່ງກ່າວ​ນີ້ ຫ້ອງການ​ການ​ຄ້າ​ເມືອງ ​ແມ່ນ​ໄດ້ສົ່ງ​ໃຫ້​ກັບ​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນວ ເພື່ອ​ທຳລາຍຖິ້ມ.

 

ແຫລ່ງ​ຂ່າວ​: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...