spot_img
Homeຂ່າວຕ່າງປະເທດຄລີນຕັນ ຖະແຫລງຍອມຮັບຄວາມປະລາໄຊ ຮຽກຮ້ອງຜູ້ສະໜັບສະໜູນ ເປີດໃຈຍອມຮັບ ໂດນັນ ທຣັມ

ຄລີນຕັນ ຖະແຫລງຍອມຮັບຄວາມປະລາໄຊ ຮຽກຮ້ອງຜູ້ສະໜັບສະໜູນ ເປີດໃຈຍອມຮັບ ໂດນັນ ທຣັມ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ພະຈິກນີ້ວ່າ ທ່ານ ນາງ ຮີນລາຣີ ຄລິນຕັນ ຕົວແທນຈາກພັກເດໂມແຄຣັດ ໄດ້ອອກມາກ່າວປາໄສ ຍອມຮັບຄວາມປະລາໄຊຈາກການເລືອກຕັ້ງ ຊິງຕຳແໜ່ງປະທານາທິບໍດີ ສະຫະລັດອາເມຣິກາ ຕໍ່ທ່ານ ໂດນັນ ທຣັມ ໃນມື້ວັນພຸດທີ 9 ພະຈິກ ຢູ່ນະຄອນນິວຢອກ ໂດຍທ່ານໄດ້ຮຽກຮ້ອງໃຫ້ ບັນດາຜູ້ສະໜັບສະໜູນຂອງທ່ານ ເປີດໃຈຍອມຮັບ ທ່ານ ທຣັມ ແລະ ໃຫ້ໂອກາດແກ່ລາວເປັນຜູ້ນຳພາປະເທດ.

ດ້ານທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ກໍໄດ້ອອກມາຖະແຫລງໃນມື້ດຽວກັນ ເພື່ອຮຽກຮ້ອງໃຫ້ສະມາຊິກພັກ ແລະ ຜູ້ສະໜັບສະໜູນພັກເດໂມແຄຣັດ ປະຖິ້ມຄວາມຜິດຫວັງໄວ້ເບື້ອງຫລັງ, ຫລັງຈາກທີ່ ທ່ານ ທຣັມ ໄດ້ເປັນຝ່າຍຊະນະໃນບັ້ນເລືອກຕັ້ງ ແລະ ຂໍໃຫ້ທີມງານຂອງຕົນ ເຮັດວຽກດ້ວຍຄວາມຕັ້ງໃຈ ເພື່ອເຮັດໃຫ້ການມອບໂອນອຳນາດປະທານາທິບໍດີ ປະສົບຜົນສຳເລັດຢ່າງຈົບງາມ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...