spot_img
Homeປະຊາສຳພັນຂໍ້ຄວນລະວັງ ໃນການລ້ຽງປາຍາມໜາວ

ຂໍ້ຄວນລະວັງ ໃນການລ້ຽງປາຍາມໜາວ

Published on

ໃນລະດູຝົນ ປາທີ່ລ້ຽງໄວ້ໃນໜອງທຳມະຊາດ ຫລື ໃນກະຊັງ ມັກເກີດພະຍາດລະບາດໄດ້ງ່າຍ ໂດຍສະເພາະແມ່ນປາເປັນບາດ ເຊິ່ງເກີດຈາກເຊື້ອລາ ແລະ ຍ້ອນສະພາບອາກາດ ເຮັດໃຫ້ຄວາມຕ້ານທານຕໍ່ພະຍາດຂອງປາຫລຸດລົງ ແລະ ບໍ່ກິນອາຫານ ຈຶ່ງເຮັດໃຫ້ ການຈຳໜ່າຍປາ ບໍ່ໄດ້ລາຄາສູງເທົ່າທີ່ຄວນ ເພື່ອປ້ອງກັນພະຍາດດັ່ງກ່າວ ຂໍແນະນຳວິທີລ້ຽງປາໃນລະດູໜາວມາສະເໜີ.

ເບື້ອງຕົ້ນແມ່ນ ຫລຸດຜ່ອນປະລິມານອາຫານລົງ ເພາະໃນລະດູໜາວ ອຸນຫະພູມໃນໂຕປາຈະຫລຸດຕ່ຳລົງ, ການເຜົາຜານກໍ່ຕ່ຳລົງ; ຢຸດການປ່ຽນນ້ຳໃນໜອງ ແລະ ບໍ່ຄວນນຳເອົານ້ຳຈາກທຳມະຊາດເຂົ້າໃສ່ໜອງ ເພາະອາດມີເຊື້ອພະຍາດປົນມານຳນ້ຳ; ເອົາປູນຂາວ ຫວ່ານໃສ່ໜອງ ໃນປະມານ 60-100 ກິໂລ ຕໍ່ໜຶ່ງໜອງ ແລະ ໃສ່ທຸກໆ 3 ອາທິດ ເພື່ອຂ້າເຊື້ອພະຍາດ. ສຳລັບປາທີ່ລ້ຽງໃນກະຊັງບໍລິເວນນ້ຳຕື້ນ ຄວນຍ້າຍກະຊັງໄປຢູ່ບໍລິເວນນ້ຳເລິກ ເພື່ອປັບອຸນຫະພູມ; ຖ້າວ່າປາໃນໜອງ ຫລື ກະຊັງຕາຍ ແມ່ນໃຫ້ຕັກເອົາປາອອກຢ່າງຮີບດ່ວນ ບໍ່ຄວນປ່ອຍໄວ້ດົນ ເພາະຈະເປັນການແຜ່ເຊື້ອພະຍາດ ໃຫ້ປາໂຕອື່ນ ແລະ ເອົາປູນຂາວຫວ່ານໃສ່ໜອງ ທັນທີ ເພື່ອຂ້າເຊື້ອພະຍາດ.

 

ຂອບໃຈບົດຄວາມຈາກ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...