spot_img
Homeຂ່າວທ້ອງຖິ່ນຂ່າວຮ້າຍ! ຕົ້ນໂພອາຍຸກວ່າ 200 ປີກຳລັງຖືກໂຄ້ນ

ຂ່າວຮ້າຍ! ຕົ້ນໂພອາຍຸກວ່າ 200 ປີກຳລັງຖືກໂຄ້ນ

Published on

(ນີ້ແມ່ນພາບທີ່ຖືກສັ່ງໂຈະບໍ່ໃຫ້ຕັດເມື່ອປະມານ 1 ເດືອນກ່ອນ)

ຖືເປັນເລື່ອງທີ່ໜ້າເສົ້າ ເມື່ອຕົ້ນໂພອາຍຸກວ່າ 200 ປີທີ່ເປັນຕົ້ນໄມ້ຄູ່ບ້ານຄູ່ເມືອງ ແລະ ເປັນທີ່ເຄົາລົບນັບຖືຂອງປະຊາຊົນໃນເຂດບ້ານດັ່ງກ່າວພວມຈະຖືກຕັດຖິ້ມ!!!

ເມື່ອປະມານ 1 ເດືອນຜ່ານມາ ພວກເຮົາໄດ້ນຳສະເໜີຂ່າວກ່ຽວກັບການຍົກເລີກບໍ່ໃຫ້ຕັດຕົ້ນໂພຕົ້ນດັ່ງກ່າວ ຊຶ່ງໄດ້ເຮັດໃຫ້ປະຊາຊົນໃນເຂດບ້ານດັ່ງກ່າວກໍຄືເຂດບໍລິເວນໃກ້ຄຽງທີ່ຄວາມເຄົາລົບ ແລະ ນັບຖືຕ່າງກໍພາກັນດີອົກດີໃຈເມື່ອຕົ້ນໂພຈະບໍ່ຖືກຕັດ.

ແຕ່ມາມື້ນີ້ ກໍບໍ່ຮູ້ວ່າດ້ວຍເຫດຜົນໃດ ຕົ້ນໂພຕົ້ນໃຫຍ່ກຳລັງຖືກຕັດຖິ້ມຢ່າງໜ້າເສຍດາຍ ຢ່າງໃດກໍຕາມ ກໍຂໍສະແດງຄວາມເສຍໃຈກັບບັນດາທ່ານທີ່ໃຫ້ຄວາມເຄົາລົບ ບູຊາ ແລະ ນັບຖືຕົ້ນໂພທີ່ຢູ່ຄູ່ບ້ານຄູ່ເມືອງມາຢ່າງຍາວນານ ຊຶ່ງຕໍ່ໄປນີ້ກໍຈະບໍ່ມີຕົ້ນໄມ້ໃຫຍ່ທີ່ມີປະຫວັດ ມາຢ່າງຍາວນານອີກແລ້ວ…. ທາງທີມງານຂອງພວກເຮົາກໍຂໍສະແດງຄວາມເສຍໃຈຕໍ່ກໍລະນີດັ່ງກ່າວ.

(ນີ້ແມ່ນພາບປັດຈຸບັນທີ່ກຳລັງຈະຖືກຕັດ)

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...