spot_img
Homeຂ່າວຕ່າງປະເທດຂ່າວສະຫຼຸບ COVID-19 ລາຍວັນປະຈຳວັນທີ 16/3/2020

ຂ່າວສະຫຼຸບ COVID-19 ລາຍວັນປະຈຳວັນທີ 16/3/2020

Published on

ພວກເຮົາໄດ້ສະຫຼຸບຂ່າວທີ່ກ່ຽວຂ້ອງກັນການແຜ່ລະບາດຂອງພະຍາດໄວຣັສສາຍພັນໃໝ່ COVID-19 ໃນທ້າຍອາທິດທີ່ຜ່ານມາ ທັ້ງພາຍໃນແລະຕ່າງປະເທດໃຫ້ທ່ານໄດ້ອ່ານກັນໃນມື້ນີ້.

ຂ່າວພາຍໃນປະເທດ

  • ນາຍົກລັດຖະມົນຕີທ່ານ ທອງລຸນ ສີສຸລິດ ແລະ ຄະນະໄດ້ລົງພື້ນທີ່ ຕິດຕາມການເຝົ້າລະວັງ ແລະ ປ້ອງກັນພະຍາດ COVID-19 ຢູ່ຂົວມິດຕະພາບລາວ-ໄທ 1, ທາງດ່ານໄດ້ໃຊ້ມາດຕະການຢ່າງເຄັ່ງຄັດ ໃນການກວດກາຄົນເຂົ້າ-ອອກເມືອງ 
  • ແຂວງ ອັດຕະປື ແລະ ແຂວງຫົວພັນ ສັ່ງປິດດ່ານເຂົ້າ-ອອກເມືອງຫຼາຍດ່ານ.
  • ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ COVID-19 ໄດ້ອອກໜັງສືສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ປິດໂຮງຮຽນລ້ຽງເດັກ ແລະ ອານຸບານຊົ່ວຄາວເພື່ອຍົກລະດັບມາດຕະການເຝົ້າລະວັງພະຍາດ COVID-19
  • ໃນຂະນະນີ້ປະເທດລາວມີກໍລະນີຜູ້ຕິດເຊື້ອພະຍາດ COVID-19 78 ກໍລະນີ​, ກວດບໍ່ພົບ 70 ກໍລະນີ, ລໍຖ້າຜົນກວດ 8 ກໍລະນີ ແລະ ບໍ່ມີກໍລະນີເສຍຊີວິດ.

ຂ່າວຕ່າງປະເທດ

  • ປະເທດອິຕາລີທີ່ກຳລັງຢູ່ໃນວິກິດການແຜ່ລະບາດຂອງພະຍາດ ພົບຜູ້ປ່ວຍພະຍາດໄວຣັສ COVID-19 ລາຍໃໝ່ເປັນຈຳນວນ 3590 ຄົນ, ເສຍຊີວິດ 368 ຄົນພາຍໃນມື້ດຽວ ເຮັດໃຫ້ຍອດຜູ້ປ່ວຍໃນເວລານີ້ຮອດຈຳນວນ 20,000 ກວ່າຄົນ ກາຍເປັນຈຳນວນທີ່ສູງທີສຸດໃນໂລກ ແຊງໜ້າປະເທດຈີນ
  • ເຢຍລະມັນກຽມປິດຊາຍແດນຝຣັ່ງ, ໂອຕຣິດ (Austria), ສະວິດເຊີແລນ ເພື່ອເປັນການແກ້ໄຂບັນຫາການແຜ່ລະບາດພະຍາດ COVID-19
  • ທະນາຄານກາງຂອງສະຫະລັດອາເມລິກາມີມະຕິຫຼຸດດອກເບ້ຍນະໂຍບາຍ ຈາກ 1-1.25% ເຫຼືອ 0-0.25% ເພື່ອບັນເທົາຜົນກະທົບທາງເສດຖະກິດຈາກການແຜ່ລະບາດຂອງພະຍາດໄວຣັສ COVID-19
  • ຜູ້ວ່າການຈັງຫວັດບູຣີຣັມ ປະເທດໄທ ສັ່ງປິດເມືອງເພື່ອຄວບຄຸບການແຜ່ລະບາດຂອງພະຍາດໄວຣັສ COVID-19

ຮຽບຮຽງຂ່າວ: ວະນິດາ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...