spot_img
Homeຂ່າວທ້ອງຖິ່ນຂ່າວດີ! ຜູ້ຕິດເຊື້ອໂຄວິດ-19 ຄົນສຸດທ້າຍໄດ້ອອກໂຮງໝໍແລ້ວ

ຂ່າວດີ! ຜູ້ຕິດເຊື້ອໂຄວິດ-19 ຄົນສຸດທ້າຍໄດ້ອອກໂຮງໝໍແລ້ວ

Published on

ນັບວ່າເປັນຂ່າວດີທີ່ສຸດໃນໄລຍະ ເກືອບ 2 ເດືອນ ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ຍິ່ງໄປກວ່ານັ້ນ ຂ່າວດີສໍາລັບມື້ນີ້ ນອກຈາກຈະປອດເຊື້ອເຊັ່ນເຄີຍແລ້ວ ຜູ້ຕິດເຊື້ອໂຄວິດ-19 ພຽງຄົນດຽວທີ່ຍັງປິ່ນປົວຢູ່ໂຮງໝໍນັ້ນ ມື້ນີ້ 9 ມິຖຸນາ 2020 ຜູ້ກ່ຽວໄດ້ອອກໂຮງໝໍແລ້ວ.

ອີງຕາມຂໍ້ມູນຈາກ ສູນຂ່າວສານດ້ານການແພດສຸຂະສຶກສາ Centre of Information and Education for Healthໄດ້ອອກມາເປີດເຜີຍຂໍ້ມູນຄົນເຈັບຜູ້ຕິດເຊື້ອໂຄວິດ-19 ໄດ້ອອກໂຮງໝໍເພີ່ມອີກ 1 ຄົນ ວ່າ: ຊົມເຊີຍຜົນສຳເລັດຄັ້ງຍິ່ງໃຫຍ່ຂອງ ສປປ ລາວ ທີ່ປິ່ນປົວຄົນຕິດເຊື້ອພະຍາດໂຄວິດ-19 ໄດ້ສຳເລັດໝົດແລ້ວ, ໂດຍຜູ້ທີ່ອອກໂຮງໝໍຄົນຫຼ້າສຸດແມ່ນ ກໍລະນີທີ 8 ເພດຊາຍ ອາຍຸ 18 ປີ ບ້ານ ດອນນົກຂຸ້ມ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ ທີ່ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 28 ມີນາ 2020 ໄດ້ປິ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍໃນມື້ນີ້ 9 ມິຖຸນາ 2020 ເຊິ່ງເປັນຄົນສຸດທ້າຍ.

 

ຮຽບຮຽງຂ່າວ:​ ພຸດສະດີ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...