spot_img
Homeຂ່າວພາຍ​ໃນກໍ່ສ້າງຍົກລະດັບເສັ້ນທາງເລກທີ 3611 ແຂວງໄຊຍະບູລີ

ກໍ່ສ້າງຍົກລະດັບເສັ້ນທາງເລກທີ 3611 ແຂວງໄຊຍະບູລີ

Published on

ວັນທີ 4 ກັນຍາ 2023 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ ໂຄງການກໍ່ສ້າງຍົກລະດັບເສັ້ນທາງ ເລກທີ 3611 ແຕ່ທາງແຍກ ບ້ານຫາດດ້າຍ ຫາ ບ້ານໃຫຍ່ເມືອງປາ ເມືອງປາກລາຍ ແຂວງໄຊຍະບູລີ ໂດຍມີມູນຄ່າການກໍ່ສ້າງທັງໝົດ 158 ຕື້ກວ່າກີບ.

ທ່ານ ສົມແພງ ປັນຍາທິລາດ ຕາງໜ້າໃຫ້ບໍລິສັດ ພິນທອງ ກໍ່ສ້າງຂົວ-ທາງ-ເຄຫາ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຍົກລະດັບເສັ້ນທາງ ເລກທີ 3611 ແຕ່ທາງແຍກ ບ້ານຫາດດ້າຍ ຫາ ບ້ານໃຫຍ່ເມືອງປາ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນ ກໍລະກົດ 2021 ເປັນຕົ້ນມາ, ຮອດປັດຈຸບັນ ຄືບໜ້າ 45,76%, ໜ້າວຽກປະກອບມີ: ກໍ່ສ້າງຍົກລະດັບວາງທໍ່, ຮ່ອງລະບາຍນໍ້າ ແລະ ປູຢາງ 2 ຊັ້ນ, ເສັ້ນທາງດັ່ງກ່າວ ມີຄວາມຍາວ 23 ກິໂລແມັດ, ໜ້າທາງກວ້າງ 7 ແມັດ, ຄາດວ່າການກໍ່ສ້າງຈະໃຫ້ສໍາເລັດ 100% ໃນເດືອນກໍລະກົດ ປີ 2026.

ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ບໍລິສັດທີ່ມີຄວາມຕັດສິນໃຈລົງທຶນເພື່ອກໍ່ສ້າງເສັ້ນທາງດັ່ງກ່າວ, ເຖິງວ່າສະພາບເສດຖະກິດຈະພົບຄວາມຫຍຸ້ງຍາກກໍຕາມ ແຕ່ບໍລິສັດກໍມີຄວາມຕັດສິນໃຈສູງໃນການກໍ່ສ້າງເສັນທາງ, ພ້ອມທັງໄດ້ຮຽກຮ້ອງໃຫ້ບໍລິສັດຮັບເໝົາ ຈົ່ງສືບຕໍ່ກໍ່ສ້າງເສັ້ນທາງໃຫ້ສໍາເລັດຕາມແຜນການທີ່ວາງໄວ້. ທັງນີ້, ກໍເພື່ອອໍານວຍຄວາມສະດວກໃນການໄປ-ມາ ແລະ ຂົນສົ່ງຜົນຜະລິດກະສິກໍາຂອງປະຊາຊົນໃນຂົງເຂດບ້ານໃຫຍ່ເມືອງປາ ແລະ ບັນດາບ້ານທີ່ໃກ້ຄຽງອອກສູ່ຕະຫລາດໄດ້ສະດວກ ແລະ ວ່ອງໄວ.

ແຫຼ່ງຂ່າວ News.XBL 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...