spot_img
Homeຂ່າວການພັດທະນາກຽມລົງມືກໍ່ສ້າງ ຄູກັນນ້ຳລຽບແຄມຂອງ ແຕ່ສະຖານີດາວທຽມລາວສະຕາ ຫາປາກຫ້ວຍນ້ຳໝາກຮຽວ!

ກຽມລົງມືກໍ່ສ້າງ ຄູກັນນ້ຳລຽບແຄມຂອງ ແຕ່ສະຖານີດາວທຽມລາວສະຕາ ຫາປາກຫ້ວຍນ້ຳໝາກຮຽວ!

Published on

ໂຄງການກໍ່ສ້າງຄູປ້ອງກັນນ້ຳຖ້ວມ ລຽບຕາມແຄມຂອງ ຈະເລີ່ມລົງມືກໍ່ສ້າງໃນໄວໆນີ້ ໂດຍເລີ່ມແຕ່ ສະຖານີດາວທຽມລາວສະຕາ ຫາປາກຫ້ວຍນ້ຳໝາກຮຽວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 30,2 ກິໂລແມັດ ໂດຍໄດ້ແບ່ງອອກເປັນສອງໄລຍະຄື: ໄລຍະທີ 1 ແຕ່ສະຖານີດາວທຽມ ລາວສະຕາ ຫາຂົວມິດຕະພາບ ລາວໄທແຫ່ງທີ 1 ເຊິ່ງສ້າງເປັນຄູດິນ, ສັນຄູກວ້າງ 4 ແມັດ, ສ່ວນໄລຍະທີ 2 ແຕ່ຂົວມິດຕະພາບ ຫາປາກຫ້ວຍນ້ຳໝາກຮຽວ ມີຄວາມຍາວ 26,2 ກິໂລແມັດ ໂດຍສ້າງເປັນເສັ້ນ ທາງຄົມມະນາຄົມປູຢາງອັດສະຟານກວ້າງ 10 ແມັດ.

ການກໍ່ສ້າງໄລຍະທີ 2 ນອກຈາກຈະສ້າງ ເປັນເສັ້ນທາງຄົມມະນາຄົມປູຢາງອັດສະຟານ ມີຄວາມກວ້າງ 10 ແມັດແລ້ວ ຍັງກໍ່ສ້າງຄູດິນຮອບນອກ (ລຽບຕາມແຄມຂອງ) ສັນຄູກວ້າງ 4 ແມັດ ຈາກກິໂລແມັດທີ 4+050 ຫາ ກິໂລແມັດທີ 5+990 ພ້ອມທັງສ້ອມແປງປະຕູຄວບຄຸມນ້ຳ 7 ແຫ່ງ ໂດຍແມ່ນ ບໍລິສັດ ສຸກປະເສີດ ອອກແບບກໍ່ສ້າງເຄຫາສະຖານ ຮ່ວມກັບບໍລິສັດທະວີຊັບກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 10,24 ລ້ານໂດລາສະຫະລັດ ໂດຍໄດ້ຮັບທຶນສະໜັບສະໜູນ ຈາກທະນາຄານພັດທະນາອາຊີ ຫຼື ເອດີບີ.

ໂຄງການກໍ່ສ້າງ ຄູປ້ອງກັນນ້ຳຖ້ວມ ເປັນໂຄງການຍ່ອຍໜຶ່ງ ໃນໂຄງການຄຸ້ມຄອງ ແລະ ຫຼຸຸດຜ່ອນຄວາມສ່ຽງຈາກ ໄພພິບັດນ້ຳຖ້ວມ ແລະ ແຫ້ງແລ້ງ ມີໜ້າທີ່ກໍ່ສ້າງ ແລະ ພັດທະນາຄູປ້ອງກັນນ້ຳຖ້ວມ ເພື່ອ ປ້ອງກັນນ້ຳຂອງ ໄຫຼເຂົ້າຖ້ວມພື້ນທີ່ການຜະລິດ, ພື້ນທີ່ຊຸມຊົນ, ພື້ນທີ່ເສດຖະກິດ ໃນນະຄອນຫຼວງວຽງຈັນ.

ພິທີເຊັນສັນຍາໂຄງການກໍ່ສ້າງດັ່ງກ່າວ ຈັດຂຶ້ນໃນວັນທີ 7 ເມສານີ້ ທີ່ໂຮງແຮມດອນຈັນພາເລດ ລະຫວ່າງທ່ານ ໄມກອງ ພອນພົມມະວົງ ຫົວໜ້າກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ ວັນສີ ສຸວັນນະແສງ ປະທານບໍລິສັດສຸກປະເສີດ ອອກແບບກໍ່ສ້າງເຄຫາສະຖານ ໂດຍມີ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ອານຸ ພາບ ຕຸນາລົມ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...