spot_img
Home​ຂ່າວບັນເທິງກຽມພົບງານ ລາວຊຸບເປີໂມເດລ ຮອບຊິງຊະນະເລີດ ໃນວັນທີ 20 ສິງຫາ 2016ນີ້

ກຽມພົບງານ ລາວຊຸບເປີໂມເດລ ຮອບຊິງຊະນະເລີດ ໃນວັນທີ 20 ສິງຫາ 2016ນີ້

Published on

ກຽມພົບກັບງານແຂ່ງຂັນ ລາວຊຸບເປີໂມເດລ 2016 ແລະ ເດັກນ້ອຍໜ້າຮັກ ຮອບຊິງຊະນະເລີດ ເຊິ່ງຈະຈັດຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ, ແຕ່ເວລາ 19 ໂມງ ເປັນຕົ້ນໄປ.

ງານປະກວດ ຄົ້ນຫາສຸດຍອດ ລາວຊຸບເປີໂມເດລ ຮອບຊິງຊະນະເລີດ ມີຜູ້ເຂົ້າຮ່ວມແຂ່ງຂັນ 20 ຄົນ ແລະ ເດັກນ້ອຍໜ້າຮັກ ຍິງ-ຊາຍ 12 ຄົນ ທີ່ໄດ້ຜ່ານ ເຂົ້າຮອບຄັດເລືອກ ແຕ່ທ້າຍເດືອນ ພຶດສະພາ ຜ່ານມາ. ພ້ອມເຂົ້າຮ່ວມ, ການຝຶກອົບຮົມ ກ່ຽວກັບທັກສະ ໃນການວາງໂຕ, ພັດທະນາ ບຸກຄະລິກກະພາບ ແລະ ເຂົ້າຮ່ວມກິດຈະກຳ ເຄື່ອນໄຫວຕ່າງໆ ຂອງໂຄງການ ເຊິ່ງໄດ້ເຮັດໃຫ້ ຜູ້ເຂົ້າຮ່ວມແຂ່ງຂັນ ມີຄວາມໝັ້ນໃຈ ແລະ ກ້າສະແດງອອກ ຫລາຍເພີ່ມຂຶ້ນ.

ຜູ້ຊະນະເລີດ ລາວຊຸບເປີໂມເດລ ຍິງ-ຊາຍ ຈະໄດ້ຮັບລາງວັນເງິນສົດ ຜູ້ລະ 10 ລ້ານກີບ, ພ້ອມຈະໄດ້ໄປເດີນແບບ ຢູ່ຕ່າງປະເທດ ແລະ ມີໂອກາດກ້າວເຂົ້າສູ່ ວົງການບັນເທິງ ເປັນຕົ້ນ ແມ່ນຖ່າຍແບບ ວາລະສານ ແລະ ອື່ນໆ. ນອກນີ້, ຍັງມີລາງວັນ ຂວັນໃຈຊ່າງພາບ ແລະ ຂວັນໃຈສື່ມວນຊົນ ຕື່ມອີກ

364

6366

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ພາບຈາກ: ເຟສບຸກ ຕ໋ອດ ລີນ້າ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...