spot_img
Homeຂ່າວຕ່າງປະເທດກົ້ມເກັບເຄື່ອງຂະນະຂັບລົດ ເຫງີຍໜ້າຂຶ້ນມາອີກຮອບ ເສຍຫຼັກຕຳຂ້າງທາງ

ກົ້ມເກັບເຄື່ອງຂະນະຂັບລົດ ເຫງີຍໜ້າຂຶ້ນມາອີກຮອບ ເສຍຫຼັກຕຳຂ້າງທາງ

Published on

ບໍ່ວ່າຈະຂັບຂີ່ລົດຢູ່ໃສ ການໃສ່ໃຈ ແລະ ມີສະຕິຢູ່ສະເໝີຄືຄຸນສົມບັດຂອງນັກຂັບຂີ່ ເພາະການພາດ ຫຼື ລະສາຍຕາ ບໍ່ພຽງເທົ່າໃດວິນາທີ ສິ່ງທີ່ຕາມມາກໍຄືຄວາມເສຍຫາຍ ແລະ ອາດເຮັດໃຫ້ເຖິງແກ່ຄວາມຕາຍ. ສະນັ້ນ, ຕ້ອງມີສະຕິ ແລະແນມເບິ່ງຫົນທາງສະເໝີໃນຂະນະຂັບຂີ່.

ດັ່ງເຫດການນີ້! ອຸທາຫອນສຳລັບນັກຂັບຂີ່ລົດໃຫຍ່ ເມື່ອຄົນຂັບລົດເກ໋ງລາຍໜຶ່ງໃນປະເທດໄທ ມົວແຕ່ກົ້ມເກັບເຄື່ອງຂະນະຂັບເກ໋ງບີເອັມກ່ອນເສຍຫຼັກພຸ່ງເຂົ້າໃສ່ຂັ້ນໄດທາງຂຶ້ນ-ລົງສະຖານີບີທີເອັສແຫ່ງໜຶ່ງໃນກຸງເທບ.

ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 17 ຕຸລາຜ່ານມາ ຂະນະທີ່ຜູ້ຂັບລົດມົວແຕ່ກົ້ມເກັບເຄື່ອງໃນລົດທັງທີ່ລົດຍັງແລ່ນຢູ່ຕາມຖະໜົນ ເຮັດໃຫ້ເກີດເຫດການບໍ່ຄາດຝັນນີ້ຂຶ້ນ, ໂຊກດີບໍ່ມີໃຜໄດ້ຮັບບາດເຈັບ ຫຼື ເສຍຊີວິດຈາກຄວາມປະໝາດຂອງຜູ້ກ່ຽວ ສ່ວນຄົນຂັບແມ່ນບາດເຈັບເລັກນ້ອຍ.

ເບື້ອງຕົ້ນເຈົ້າໜ້າທີ່ມີຄວາມເຫັນວ່າ ອຸບັດເຫດຄັ້ງນີ້ເກີດຈາກຄວາມປະໝາດຂອງຄົນຂັບລົດ ພ້ອມແຈ້ງຂໍ້ຫາຂັບລົດໂດຍປະໝາດເປັນເຫດເຮັດໃຫ້ຊັບສິນຂອງຜູ້ອື່ນເສຍຫາຍ ພ້ອມຖືກປັບໄໝເບື້ອງຕົ້ນ 1.000 ບາດ (ສະກຸນເງິນໄທ) ພ້ອມນຳຄູ່ກໍລະນີໄປເຈລະຈາເລື່ອງຄວາມເສຍຫາຍຂອງຊັບສິນອື່ນໆຕໍ່ໄປ.

ຂໍ້ມູນຈາກ: ເວັບໄຊ ໄທຣັດ ອອນໄລນ໌

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...