ກົມອຸຕຸເຕືອນ ໃຫ້ລະວັງໄພນ້ຳຖ້ວມ

11755234_1469007156749367_3869416439927517062_n

ກົມອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ຮ່ອງ​ຄວາມ​ກົດ​ດັນ​ອາກາດ​ຕ່ຳ​ ຍັງ​ສືບ​ຕໍ່​ພັດ​ຜ່ານ​ເຂດ​ພາກ​ເໜືອ ​ແລະ ພາກ​ກາງຂອງ​ລາວ, ສົມທົບ​ກັບ​ລົມ​ມໍ​ລະ​ສຸມ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ມີ​ກຳລັງ​ປານ​ກາງ​ພັດ​ປົກ​ຄຸມ, ​ເຊິ່ງ​ເຮັດ​ໃຫ້​ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ເປັນ​ບໍລິ​ເວນ​ກວ້າງ ​ແລະ ຕົກ​ປານ​ກາງຫາ​ຕົກ​ໜັກ​ຢູ່​ບາງ​ທ້ອງ​ຖິ່ນ​ຂ​ອງ​ແຂວງ​ພາກ​ກາງ ​ແລະ ຍັງ​ຈະ​ເຮັດ​ໃຫ້​ລະດັບ​ນໍ້າ​ເຊ​ບັ້ງ​ໄຟ​ຂຶ້ນ​ສູງ​ເຖິງ 15,91 ​ແມັດ ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 20 ກໍລະກົດ​ຜ່ານ​ມາ ​ແລະ ຄາດ​ຄະ​ເນ​ວ່າ​ສະພາບ​ຝົນ​ຈະ​ສືບ​ຕໍ່​ຕົກ​ໄປ​ອີກ 1-2 ວັນ, ​ພ້ອມ​ທັງ​ເຮັດ​ໃຫ້​ລະດັບ​ນ້ຳ​ສູງ​ຂຶ້ນ ກາຍ​ເຂດ​ລະວັງ​ໄພ (17,50 ​ແມັດ). ດັ່ງ​ນັ້ນ​ຈຶ່ງ​ຂໍ​ແຈ້ງ​ເຕືອນ​ເຖິງ​ອຳນາດ​ການ​ປົກຄອງ​ທຸກ​ພາກສ່ວນ ​ແລະ ປະຊາຊົນ​ທີ່​ອາ​ໃສຢູ່​ລຽບ​ຕາມ​ແຄມ​ລຳ​ນ້ຳ​ເຊ​ບັ້ງ​ໄຟ ຈົ່ງ​ມີ​ສະຕິ​ລະມັດລະວັງ​ຕໍ່​ສະພາບ​ຝົນຕົກ​ໜັກ, ນ້ຳ​ຖ້ວມ ​ແລະ ​ໃຫ້​ເກັບ​ມ້ຽນ​ມັດ​ວັດຖຸ​ສິ່ງ​ຂອງ​​ໄປ​ໄວ້ບ່ອນ​ທີ່​ປອດ​ໄພ ​ແລະ ​ໃຫ້​ຕິດຕາມ​ການ​ລາຍ​ງານ​ຂ່າວ​ພະຍາກອນ​ອາກາດ​ຈາກ​ກົມ​ອຸຕຸນິຍົມ ​ແລະ ອຸທົກ​ກະສາ​ດ​ເປັນ​ປະຈຳ.

ສຳລັບ​ເຂດ​ພາກ​ເໜືອ​ດດ້ານ​ຕາ​ເວັນ​ອອກ: ມີ​ເມກ​ປົກ​ຄຸມ​ເປັນ​ບາງ​ສ່ວນ, ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ກະຈາຍ​ໃນ​ລະດັບ​ຄ່ອຍ​ຢູ່​ເກືອບ​ທົ່ວ​ໄປ ​ແລະ ພາກ​ເໜືອ​ດ້ານ​ຕາ​ເວັນ​ຕົກ: ມີ​ເມກ​ປົກ​ຄຸມ​ເປັນ​ບາງ​ສ່ວນ, ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ຢູ່​ທົ່ວ​ໄປ​ຕື່ມ​ອີກ ​ແລະ ຕົກ​ປານ​ກາງຫາ​ໜັກ​ຢູ່​ເຂດ​ແຂວງ​ໄຊ​ຍະ​ບູລີ.

ພາກ​ກາງ: ມີ​ເມກ​ປົກ​ຄຸມ​ໜາ​ແໜ້ນ ​ແລະ ຍັງ​ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ຢູ່​ທົ່ວ​ໄປ ​ແລະ ຕົກ​ປານ​ກາງຫາ​ຕົກ​ໜັກ​ຢູ່​ບາງ​ທ້ອງ​ຖິ່ນ ຂອງ​ແຂວງ​ວຽງ​ຈັນ, ບໍລິ​ຄຳ​ໄຊ ​ແລະ ​ແຂວງ​ຄຳ​ມ່ວນ.

ພາກ​ໃຕ້: ມີ​ເມກ​ປົກ​ຄຸມ​ເປັນ​ສ່ວນ​ຫລາຍ, ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ເປັນ​ບໍລິ​ເວນ​ກວ້າງ ​ແລະ ຕົກ​ປານ​ກາງ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອຖິ່ນ​ແຂວງ​ສາລະ​ວັນ. ສ່ວນນະຄອນຫລວງ​ວຽງ​ຈັນ: ມີ​ເມກ​ປົກ​ຄຸມ​ເປັນ​ສ່ວນ, ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ເປັນ​ບໍລິ​ເວນ​ກວ້າງ ​ແລະ ຕົກ​ປານ​ກາງຫາ​ໜັກ​ຢູ່​ບາງ​ບໍລິ​ເວນ.

ຂອບໃຈຂ່າວ: ລາວພັດທະນາ