Homeຂ່າວຕ່າງປະເທດGOOGLE STREET VIEW ຖ່າຍ​ພົບ​ເຫດການ​ຄາດຕະ​ກຳ

GOOGLE STREET VIEW ຖ່າຍ​ພົບ​ເຫດການ​ຄາດຕະ​ກຳ

Published on

http://1.bp.blogspot.com/-QkPOlksQeV0/U57-S8qNRvI/AAAAAAAADGk/RaIwB18syzo/s1600/
​ຕຳ​ຫຼວດ​ໃນ​ເມືອງ Edinburgh ຂອງ​ປະເທດ​ອັງ​ກິດ​ໄດ້ຮັບ​ແຈ້ງ​ຈາກ​ພົນລະເມືອງ​ດີ​ທີ່​ກຳ​ລັງ​ໃຊ້​ງານ​ Google Street View ແລ້ວ​ບັງ​ເອີນ​ພົບ​ເຫັນ​ເຫດການ​ທີ່​ເບິ່ງຄືວ່າ​ໜ້າ​ຈະ​ເປັນ​ການ​ຄາດຕະ​ກຳ ເພາະ​ຊາຍ​ຄົນ​ໜຶ່ງ​ກຳ​ລັງ​ຖື​ຂວານ​ຢູ່ໃນ​ມື ໂດຍ​ຂະນະ​ນັ້ນ​ມີ​ຊາຍ​ສູງ​ອາ​ຍຸ​ນອນ​ຢູ່​ກາງ​ຖະໜົນ ເຊີ່ງ​ເມື່ອ​ຕຳ​ຫຼວດ​ຮູ້​ຂໍ້​ມູນ​ກໍ​ໄດ້​ກໍ່ການ​ສອບ​ສວນ​ເຖິງ​ເຫດການ​ດັ່ງ​ກ່າວ ຈົນ​ພົບ​ວ່າ​ເຫດການ​ນີ້​ເປັນ​ການ​ແກ້ງ​ກັນ​ຫລິ້ນ​ມ່ວນໆ ​ຂອງ​ສອງ​ຄູ່​ຫູ​ໃນ​ອູ່​ແປງລົດ

http://2.bp.blogspot.com/-bnreRN5f4yI/U57-bzZENFI/AAAAAAAADGs/M_d6ALVxz7I/s1600/

http://1.bp.blogspot.com/-M3JEG0b7skg/U57-gOgHM8I/AAAAAAAADG0/EYTRzRQqvNg/s1600/

Dan Thomson ແລະ Gary Kerr 

ໂດຍ​ Dan Thomson ເຈົ້າ​ຂອງ​ອູ່​ແປງ​ລົດ​ອາຍຸ 56 ປີ ກັບ​ Gary Kerr ອາ​ຍຸ 31 ປີ ໄດ້​ຮ່ວມ​ກັນ​ເຮັດເປັນ​ວ່າ​ມີ​ເຫດການ​ຄາດ​ກຳ​ເກີດ​ຂຶ້ນ ເພາະ​ຕອນ​ນັ້ນ​ທັງ​ຄູ້​ໄດ້​ເຫັນ​ລົດ​ຂອງ Google Street View ຜ່ານມາ​ພໍ​ດີ ເລີຍ​​ສ້າງ​ເລື່ອງ​ຂຶ້ນ​ມາ ແນ່ນອນ​ວ່າ​ທາງ​ຕຳ​ລວດ​ກໍ​ໄດ້​ອອກ​ມາ​ກ່າວ​ເຖິງ​ເລື່ອງ​ນີ້​ວ່າ​ເປັນ​ການ​ອຳ​ກັນ​ຫລິ້ນ​ເທົ່າ​ນັ້ນ ບໍ່ແມ່ນ​ເຫດການ​ແທ້ໆ ແລະ​ກໍ​ໂຊກ​ຍັງ​ດີ​ທີ່​ຕຳ​ຫຼວດ​ຄົນ​ນັ້ນ​ເປັນ​ລູກ​ຄ້າ​ອູ່​ແປງລົດ​ນີ້​ແລະ​ຮູ້​ວ່າ​ມັນ​ເປັນ​ແຕ່​ເລື່ອ​ງຕະ​ຫຼົກ​ ​ເລີຍ​ບໍ່​ໄດ້​ຖືກ​ຂໍ້​ຫາ​ຫຍັງ ແຕ່​ແນ່ນອນ​ວ່າ​ທາງ​ຕຳ​ຫຼວດ​ກໍ​ບໍ່​ສະບາຍ​ໃຈ​ຫາກ​ເກີດ​ເຫດການ​ແບບ​ນີ້​ຂຶ້ນ​ອີກ ຖ້າ​ພົບຫຍັງ​ແປກໆ​ໃຫ້​ຮີບ​ແຈ້ງ​ຕຳ​ຫຼວດ​ຈະ​ດີກວ່າ ເພາະ​ບາງ​ທີ​ອາດຈະ​ບໍ່ແມ່ນ​ເລື່ອງ​ຢອກ​ກັນ​ກໍ​ໄດ້

http://3.bp.blogspot.com/-F3tW0OIHrv8/U57-1mM1Z5I/AAAAAAAADG8/jH__8axyYmA/s1600/

http://1.bp.blogspot.com/-eonnLJ-U_zo/U57-17kjU0I/AAAAAAAADHA/Y1UoZEv7GS8/s1600/

 

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...