spot_img
Homeຂ່າວພາຍ​ໃນກົມປູກຝັງຈະສະໜອງແນວພັນໄມ້ໃຫ້ໝາກໂອກາດວັນປູກຕົ້ນໄມ້ແຫ່ງຊາດ 50 ພັນກວ່າເບ້ຍ

ກົມປູກຝັງຈະສະໜອງແນວພັນໄມ້ໃຫ້ໝາກໂອກາດວັນປູກຕົ້ນໄມ້ແຫ່ງຊາດ 50 ພັນກວ່າເບ້ຍ

Published on

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2023 ທີ່ຈະມາເຖິງນີ້ ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ມີແຜນຈະສະໜອງແນວພັນໄມ້ໃຫ້ໝາກ ໃຫ້ບັນດາສຳນັກງານ, ອົງການ ໃນຂອບເຂດທົ່ວປະເທດ 50 ພັນກວ່າເບ້ຍ ໂດຍຖືໂອກາດດັ່ງກ່າວຂະຫຍາຍເນື້ອທີ່ປູກພືດ.

ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2023 ທີ່ຈະມາເຖິງນີ້, ກົມປູກຝັງ ຈະຖືໂອກາດເອົາວັນດັ່ງກ່າວ ຂະຫຍາຍເນື້ອທີ່ປູກພືດ ເປັນຕົ້ນ ໄມ້ໃຫ້ໝາກ ໂດຍຈະກຳນົດເອົາເມືອງ, ແຂວງ ກໍຄື ສຳນັກງານ, ອົງການ, ກະສິກອນ ໃນຂອບເຂດທົ່ວປະເທດ ເພື່ອລົງຊຸກຍູ້ສົ່ງເສີມການປູກ, ການບົວລະບັນຮັກສາ ໂດຍຈະສະໜອງແນວພັນໄມ້ໃຫ້ໝາກ ເປັນຕົ້ນ ໝາກໝີ້, ໜາກມ່ວງ, ໝາກລຳໄຍ, ໝາກລິ້ນຈີ່ ແລະ ອື່ນໆ ໃຫ້ໄດ້ 50 ພັນກວ່າເບ້ຍ, ສະເພາະ ນະຄອນ ຫລວງວຽງຈັນ ຈະສະໜອງໃຫ້ 10 ພັນກວ່າເບ້ຍ ແນໃສ່ເຮັດໃຫ້ເນື້ອທີ່ປູກພືດ ກໍຄື ໄມ້ໃຫ້ໝາກ ຢູ່ ສປປ ລາວ ຂະຫຍາຍຕົວຂຶ້ນໄປເລື້ອຍໆ ແລະ ກາຍເປັນຜະລິດຕະພັນພືດສົ່ງອອກ ທັງພາຍໃນ ແລະ ຕ່າງປະເທດ.

ໃນໄລຍະຜ່ານມາ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ກົມປູກຝັງ ໄດ້ກຳນົດພື້ນທີ່ເປັນອັນລະອຽດ, ປູກໜ້ອຍແຕ່ປູກໃຫ້ໄດ້ຜົນ (ປູກປີນີ້, ປີຕໍ່ໄປໃຫ້ເຫັນຢືນຕົ້ນຢູ່), ຫລີກລ້ຽງປູກເປັນຂະບວນການ ໃນຮູບແບບໃຊ້ທຶນຮອນຫລາຍ ແຕ່ປູກບໍ່ໄດ້ຮັບຜົນ ເຊິ່ງໃນປີຜ່ານມາ, ກົມປູກຝັງ ໄດ້ສະໜອງ ໝາກໝີ້, ໜາກມ່ວງ, ໝາກລຳໄຍ, ໝາກລິ້ນຈີ່ ໃຫ້ບັນດາສຳນັກງານ, ອົງການ ໃນຂອບເຂດທົ່ວປະເທດ 50 ພັນກວ່າເບ້ຍ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...