spot_img
Homeຂ່າວເຫດການກົມກອງລວມໝູ່ແຂວງເຊິນລາ ຫວຽດນາມ ໄດ້ຮັບຫລຽນໄຊມິດຕະພາບຈາກ ປະທານປະເທດ ແຫ່ງ ສປປ ລາວ

ກົມກອງລວມໝູ່ແຂວງເຊິນລາ ຫວຽດນາມ ໄດ້ຮັບຫລຽນໄຊມິດຕະພາບຈາກ ປະທານປະເທດ ແຫ່ງ ສປປ ລາວ

Published on

ເຊົ້າວັນທີ 31 ກໍລະກົດ 2017 ຜ່ານມານີ້, ແຂວງເຊີນລາ ສສ. ຫວຽດນາມ ໄດ້ຈັດພິທີຮັບຫລຽນໄຊມິດຕະພາບ ຂອງປະທານປະເທດ ແຫ່ງ ສປປ ລາວ ໃຫ້ກົມກອງລວມໝູ່ຂອງແຂວງເຊີນລາ.

ເຂົ້າຮ່ວມພິທີ ມີທີ່ປຶກສາຝ່າຍສຶກສາວັດທະນະທຳ ຕາງໜ້າໃຫ້ສະຖານທູດລາວ ປະຈຳ ສສ ຫວຽດນາມ, ມີບັນດາຜູ້ຕາງໜ້າຈາກ 8 ແຂວງພາກເໜືອ ສປປ ລາວ, ຝ່າຍຫວຽດນາມມີ ສະຫາຍ ເກີ່ມຫງອກມິງ ຮອງເລຂາພັກແຂວງ, ປະທານປົກຄອງແຂວງ,  ສະຫາຍ ເຈິ່ນແອງຕວນ, ຫົວໜ້າກອງບັນຊາການຕຳຫລວດແຂວງ, ສະຫາຍ ເຈິ່ນຊວນເກືອງ, ຫົວໜ້າກອງບັນຊາການທະຫານແຂວງ ພ້ອມດ້ວຍບັນດາສະຫາຍຈາກພະແນກການຂອງແຂວງເຊີນລາ ກໍໄດ້ເຂົ້າຮ່ວມ.

ສະຫາຍ ນາງ ບຸນພັກ ອິນທະປັນຍາ, ຮອງເຈົ້າແຂວງໄຊຍະບູລີ ໄດ້ເປັນກຽດຂຶ້ນມອບຫລຽນໄຊມິດຕະພາບຂອງ ປະທານປະເທດແຫ່ງ ສປປ ລາວ ໃຫ້ແຂວງເຊີນລາ, ກອງບັນຊາການທະຫານແຂວງ, ກອງບັນຊາການຕຳຫລວດແຂວງ ແຫ່ງ ສສ ຫວຽດນາມ ທີ່ມີຄຸນງາມຄວາມດີ, ປະກອບສ່ວນສຳຄັນເຂົ້າໃນການຊ່ວຍເຫລືອດ້ານທຶນຮອນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊ່ວຍສ້າງພະນັກງານໃຫ້ແກ່ແຂວງໄຊຍະບູລີ ຕະຫລອດໄລຍະທີ່ຜ່ານມາ, ເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນໂອກາດສະເຫລີມສະຫລອງ ສອງວັນປະຫວັດສາດ ລາວ-ຫວຽດນາມ ຄື: 40 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18/7/1977 – 18/7/2017) ແລະ 55 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ (5/9/1962 – 5/9/2017).

ຕາງໜ້າໃຫ້ແຂວງເຊີນລາ ກ່າວປາ​ໄສໃນພິທີມອບຫລຽນໄຊມິດຕະພາບຂອງ ປະທານປະເທດແຫ່ງ ສປປ ລາວ ໃຫ້ກົມກອງລວມໝູ່ຂອງແຂວງເຊີນລາ ໃນຄັ້ງນີ້, ສະຫາຍ ເກີ່ມຫງອກມິງ, ຮອງເລຂາພັກແຂວງ, ປະທານປົກຄອງແຂວງ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດ, ປະຊາຊົນລາວ ແລະ ແຂວງໄຊຍະບູລີ ໃນໄລຍະຜ່ານມາທີ່ມີຕໍ່ແຂວງເຊີນລາ, ພ້ອມທັງຫວັງວ່າ ໃນຕໍ່ໜ້າການຮ່ວມມືຮອບດ້ານລະຫວ່າງແຂວງເຊີນລາ ແລະ ແຂວງໄຊຍະບູລີ ກໍຄືບັນດາແຂວງພາກເໜືອຂອງ ສປປ ລາວ ຈະສືບຕໍ່ໄດ້ຮັບການປັບປຸງ, ເພີ່ມທະວີຮັດແໜ້ນຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ຍິ່ງຂຶ້ນ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...