ກົມກວດກາປ່າໄມ້ຊີ້ແຈງ ບັນຫາການລັກລອບຕັດໄມ້ຢູ່ແຂວງຊຽງຂວາງ ແລະ ແຂວງອື່ນໆ!

wood

ເມື່ອບໍ່ດົນມານີ້, ຫົວໜ້າກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ອອກມາຊີ້ແຈງຫລາຍບັນຫາທີ່ນອນໃນຄວາມຮັບຜິດຊອບຂອງຕົນ, ພາຍຫລັງມີປະຊາຊົນສະເໜີຜ່ານສາຍດ່ວນສະພາເປັນຕົ້ນ: ປະຊາຊົນຢູ່ແຂວງຊຽງຂວາງສະເໜີໃຫ້ພາກສ່ວນກ່ຽວຂ້ອງກວດຄືນສັ່ງຕັດໄມ້ດູ່ຂະໜາດໜ້າຕັດ 100 ຊັງຕີແມັດຂອງຫົວໜ້າພະແນກກະສິກໍາ-ປ່າໄມ້ແຂວງດັ່ງກ່າວ ໂດຍອ້າງວ່າຈະເອົາໄປນໍາໃຊ້ເຂົ້າໃນການກໍ່ສ້າງຕົບແຕ່ງຫ້ອງການ, ແຕ່ຕົວຈິງແລ້ວແມ່ນມີການເອົາໄປນໍາໃຊ້ໃນຈຸດປະສົງອື່ນ, ນອກຈາກນີ້ຍັງມີປະຊາຊົນຢູ່ແຂວງຫລວງພະບາງ, ສະຫວັນນະເຂດ, ຈໍາປາສັກ ແລະ ແຂວງບໍລິຄໍາໄຊ ກໍໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ເພີ່ມທະວີການສະກັດກັ້ນການລັກຕັດໄມ້ໃຫ້ເຂັ້ມງວດໃນບັນດາປ່າສະຫງວນແຫ່ງຊາດໃນທົ່ວປະເທດ, ຊຶ່ງຕໍ່ບັນຫາດັ່ງກ່າວ, ທ່ານຮອງຫົວໜ້າກົມກວດກາປ່າໄມ້ຊີ້ແຈງວ່າ: ພາຍຫລັງມີປະຊາຊົນສະເໜີມາຄືດັ່ງກ່າວ, ກົມກວດກາປ່າໄມ້ໄດ້ມີການປະສານສົມທົບກັບ ພະແນກກະສິກໍາ-ປ່າໄມ້ແຂວງຊຽງຂວາງ ແລະ ພົບວ່າການຕັດໄມ້ປະເພດດັ່ງກ່າວແມ່ນເປັນຄວາມຈິງແທ້, ຜ່ານການກວດກາເຫັນວ່າ ການອະນຸຍາດຕັດໄມ້ກໍບໍ່ຖືກຕາມຂັ້ນຕອນ ແລະ ທ້ອງຖິ່ນກໍບໍ່ມີສິດອະນຸຍາດຕັດໄມ້ຫວງຫ້າມໄດ້ນອກຈາກລັດຖະບານ, ປັດຈຸບັນໄດ້ມີການສັ່ງຢຸດຕິການຕັດໄມ້ໃນກໍລະນີດັ່ງກ່າວແລ້ວ ເພື່ອກວດສອບລະອຽດ ແລະ ດໍາເນີນຕາມລະບຽບກົດໝາຍ ແລະ ສໍາລັບບັນຫາການລັກລອບຕັດໄມ້ໃນປ່າສະຫງວນ ແລະ ການຊື້-ຂາຍໄມ້ແບບຜິດກົດໝາຍຍອມຮັບວ່າຍັງເກີດມີຢູ່ຫລາຍທ້ອງຖິ່ນ ແລະ ບັນຫານີ້,ໄລຍະຜ່ານມາພວກເຮົາກໍໄດ້ເອົາໃຈໃສ່ໃນການກວດກາຢ່າງເຂັ້ມງວດ, ໃນກໍລະນີພົບເຫັນກໍໄດ້ມີການດໍາເນີນຄະດີຕາມລະບຽບກົດໝາຍເຊັ່ນ: ຍືດຂອງກາງ, ລົງໂທດ ແລະ ປັບໃໝຜູ້ກະທໍາຜິດຕ່າງໆມາແລ້ວຫລາຍກໍລະນີ.

7351043534_ed53da7584_b

ແນວໃດກໍຕາມ, ປັດຈຸບັນວຽກງານການຄຸ້ມຄອງປ່າໄມ້ຢູ່ປະເທດເຮົາ  ແມ່ນມີສອງພາກສ່ວນຮັບຜິດຊອບຮ່ວມກັນຄື: ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກໍາ-ປ່າໄມ້ ແລະ ເຫັນວ່າການຄຸ້ມຄອງບາງຂອດຍັງພົບຄວາມຫຍຸ້ງຍາກ ແລະ ເກີດມີຊ່ອງຫວ່າງຫລາຍຢ່າງເປັນຕົ້ນ: ມີການສວຍໂອກາດຂອງເຈົ້າໜ້າທີ່ລະດັບທ້ອງຖິ່ນ, ການກວດກາເຮັດບໍ່ໄດ້ດີຈຶ່ງມີສະພາບການລັກລອບຕັດໄມ້ເກີດຂຶ້ນແຜ່ຫລາຍຄືດັ່ງປັດຈຸບັນ. ສະນັ້ນ ເພື່ອສະກັດກັ້ນບັນຫາດັ່ງກ່າວໃຫ້ຫລຸດຜ່ອນລົງພາກສ່ວນກ່ຽວຂ້ອງຕ້ອງເພີ່ມທະວີຄວາມເອົາໃຈໃສ່ກວດກາ, ກວດສອບພະນັກງານຂັ້ນທ້ອງຖິ່ນໃຫ້ເຂັ້ມງວດຂຶ້ນຕື່ມເພື່ອຈໍາກັດຊ່ອງຫວ່າງສວຍໂອກາດຕ່າງໆໃຫ້ນັບມື້ຫລຸດໜ້ອຍລົງ ແລະ ໝົດໄປ.

 

ແຫລ່ງຂ່າວ:

ລພນ