spot_img
Homeຂ່າວພາຍ​ໃນກູ້ໄດ້ເພິ່ມເປັນ 5 ສົບແລ້ວ ຈາກເຫດເຮືອບັກນັກຮຽນຫຼົ້ມ

ກູ້ໄດ້ເພິ່ມເປັນ 5 ສົບແລ້ວ ຈາກເຫດເຮືອບັກນັກຮຽນຫຼົ້ມ

Published on

ອີງຕາມການລາຍງານຂອງ ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນໄດ້ໃຫ້ຮູ້ວ່າ ໜ່ວຍງານກູ້ໄພແຕ່ລະໜ່ວຍໃຫ້ສູມສຸດຄວາມພະຍາຍາມ ເພື່ອຄົ້ນຫາຮ່າງຂອງນ້ອງນັກຮຽນທີ່ຈົມນ້ຳ ໃນເຫດການເຮືອບັກຫຼົ້ມ ເມື່ອຕອນເຊົ້າວັນທີ 26 ພຶດສະພາທີ່ຜ່ານມາ ໂດຍໄດ້ເຝົ້າເວນຍາມເປັນຈຸດໆ ແລະຄົ້ນຫາທາງໜ້ານ້ຳ ທັງເວັນແລະຄືນ ແລະຫຼ້າສຸດສາມາດເກັບກູ້ຮ່າງເດັກນ້ອຍຜູ້ເສຍຊີວິດໄດ້ແລ້ວ 5 ຄົນ ທັງໝົດເປັນຜູ້ຍິງ. ທ່າມກາງຄວາມໂສກເສົ້າຂອງຜູ້ປົກຄອງ ແລະພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ ກໍຄືທຸກຄົນທີ່ຮູ້ຂ່າວນີ້.

ລາຍຊື່ຜູ້ທີ່ສາມາດເກັບກູໄດ້ແລ້ວມີຄື:
1. ນາງ ສີລຽນ ອາຍຸ 12 ປີ ບ້ານ ຫົວນາທົ່ງ ພົບເຫັນເວລາ 16:45
2. ນາງ ກົມ ອາຍຸ 12 ປີ ບ້ານ ຫົວນາ ທົ່ງ ພົບເຫັນເວລາ 21:40
3. ນາງ ແຄັດຕີ້ ອາຍຸ 10 ປີ ບ້ານ ຫົວນາທົ່ງ ພົບເຫັນເວລາ 23:40
4. ນາງ ກຸ້ງ ອາຍຸ 12 ປີ ບ້ານ ຫົວນາ ທົ່ງ ພົບເຫັນເວລາ 24:30
5. ນາງ ປະທຸມມາ ອາຍຸ 11 ປີ ບ້ານ ໂພນຂາມ ພົບເຫັນເວລາ 24:30

1453544_436637856515614_8035943640881297175_n 11295635_436539966525403_5384529667191860480_n 11330043_1443518485964901_159525066569398680_n  11351164_819465354811456_1192086224559580438_n 11377394_10206588855823154_7101653522408802184_n

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...