ກຸ່ມ IS ​ປະກາດ​ລາຍ​ຊື່ ທະຫານ​ອາ​ເມຣິກາ 100 ຄົນ ປຸກລະດົມ​ກຸ່ມ​ເຄືອ​ຂ່າຍ ລ່າ​ສັງຫານ!

606955-01

ກຸ່ມ IS ເປີດເຜີຍລາຍຊື່ ພ້ອມຮູບຖ່າຍທະຫານສະຫະລັດອາເມຣິກາ ກ່ວາ 100 ຄົນ ຮຽກຮ້ອງກຸ່ມເຄືອຂ່າຍໄປສັງຫານ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ມີນານີ້ວ່າ ກະຊວງປ້ອງກັນປະເທດສະຫະລັດ ແມ່ນຢູ່ລະຫວ່າງການສອບສວນ ກໍລະນີທີ່ມີການໂພສຕ໌ລາຍຊື່ ແລະ ທີ່ຢູ່ ພ້ອມທັງຮູບຖ່າຍຂອງທະຫານສະຫະລັດອາເມຣິກາ ປະມານ 100 ຄົນ ລົງໃນເວັບໄຊຂອງກຸ່ມລັດອິດສະລາມ ໂດຍອ້າງວ່າໄດ້ລາຍຊື່ ແລະ ທີ່ຢູ່ ພ້ອມທັງພາບຖ່າຍດັ່ງກ່າວນີ້ ມາຈາກການເຈາະເຊີເວີ ແລະ ຖານຂໍ້ມູນໃນຄອມພິວເຕີຂອງກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໂດຍກຸ່ມດັ່ງກ່າວລະບຸວ່າ ທະຫານສະຫະລັດອາເມຣິກາທີ່ມີລາຍຊື່ດັ່ງກ່າວນີ້ ແມ່ນເປັນຜູ້ມີສ່ວນຮ່ວມ ໃນພາລະກິດຂອງສະຫະລັດອາເມຣິກາ ໃນການປາບປາມກຸ່ມ ເຊິ່ງຮຽກຮ້ອງໃຫ້ຜູ້ສະໜັບສະໜູນກຸ່ມ IS ທີ່ຢູ່ໃນປະເທດສະຫະລັດອາເມຣິກາ ຈັດການຂັ້ນສຸດທ້າຍ ດ້ວຍການສັງຫານທະຫານອາເມຣິກາ ທີ່ມີລາຍຊື່ດັ່ງກ່າວ.

ຢ່າງໃດກໍຕາມ ເຈົ້າໜ້າທີ່ສະຫະລັດອາເມຣິກາເອງລະບຸວ່າ ລາຍຊື່ ແລະ ທີ່ຢູ່ ພ້ອມທັງພາບຖ່າຍຂອງທະຫານສະຫະລັດອາເມຣິກາ ທີ່ປາກົດຢູ່ໃນເວັບຂອງກຸ່ມ IS ນັ້ນ ເປັນຂໍ້ມູນທີ່ຫາໄດ້ຕາມເວັບສາທາລະນະທົ່ວໄປ.