spot_img
Homeຂ່າວຕ່າງປະເທດກຸ່ມ IS ໃນຊີເຣຍ ຂ້າຕັດຄໍຕົວປະກັນຊາວອັງກິດຢ່າງໂຫດຫ້ຽມ

ກຸ່ມ IS ໃນຊີເຣຍ ຂ້າຕັດຄໍຕົວປະກັນຊາວອັງກິດຢ່າງໂຫດຫ້ຽມ

Published on

 

ກຸ່ມກໍ່ການຮ້າຍ IS ໃນຊີເຣຍ ລົງມືຂ້າຕັດຄໍຕົວປະກັນຊາວຕາເວັນຕົກອີກຄົນໜຶ່ງ ໂດຍເປັນຊາວອັງກິດທີ່ເຂົ້າໄປ

ເຮັດວຽກໃຫ້ໜ່ວຍບັນເທົາທຸກໃນຊີເຣຍ.

 

ຜູ້ເຄາະຮ້າຍລາຍລ່າສຸດຂອງ IS ໃນວີດີໂອທີ່ເຜີຍແຜ່ລ່າສຸດຄື ທ້າວ ອະລັນ ເຮນນິ່ງ ຄົນຂັບລົດແທັກຊີ່ ອາຍຸ 47 ປີ

ຊາວເມືອງແມນເຊສເຕີ ເຊິ່ງໄປເຮັດວຽກເປັນພະນັກງານຂັບລົດ ໃຫ້ແກ່ອົງການຊ່ວຍເຫລືອດ້ານມະມຸດສະທຳ

ແກ່ຊາວຊີເຣຍ ທີ່ໄດ້ຮັບຜົນກະທົບຈາກສົງຄາມກາງເມືອງ ເຊິ່ງນາຍົກລັດຖະມົນຕີ ເດວິດ ຄາເມຣອນ ໄດ້ອອກມາ

ຢືນຢັນວ່າ ທ້າວ ເຮນນິ່ງ ຖືກສັງຫານຢ່າງໂຫດຫ້ຽມແທ້ຈິງ.

 

ທ້າວ ເຮນນິ່ງ ກ່າວໃນວີດີໂອກ່ອນຖືກສັງຫານວ່າ ຊີວິດຂອງຕົນຄືການຊຳລະໜີ້ທີ່ລັດຖະສະພາອັງກິດໄດ້ສ້າງໄວ້

ນັ້ນຄືການລົງມະຕິເຫັນດີໃຫ້ລັດຖະບານອັງກິດ ເຂົ້າຮ່ວມກັບສະຫະລັດໂຈມຕີ IS ໃນອີຣັກ ໂດຍຄາດຕະກອນຜູ້ທີ່

ສັງຫານທ້າວ ເຮນນິ່ງ ຢູ່ໃນຊຸດຄຸມໜ້າໄດ້ປະກາດວ່າ ທ່ານ ຄາເມຣອນ ຄືຜູ້ທີ່ມືເປື້ອນເລືອດທີ່ແທ້ຈິງ ທີ່ເຮັດໃຫ້

ຕົນຕ້ອງສັງຫານທ້າວ ເຮນນິ່ງ ຫລັງຈາກກ່າວຈົບແລ້ວເຂົາກໍລົງມືເຊືອດຄໍຜູ້ເຄາະຮ້າຍທັນທີ.

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...