spot_img
Homeຂ່າວຄວາມສະຫງົບກຸ່ມຄົນບໍ່ດີຕົວະໃຫ້ໄປສົ່ງເຄື່ອງແລ້ວໄດ້ໃຊ້ອາວຸດຈີ້ປົ້ນ ແລະ ທຳຮ້າຍຮ່າງກາຍ

ກຸ່ມຄົນບໍ່ດີຕົວະໃຫ້ໄປສົ່ງເຄື່ອງແລ້ວໄດ້ໃຊ້ອາວຸດຈີ້ປົ້ນ ແລະ ທຳຮ້າຍຮ່າງກາຍ

Published on

ຕາມການລາຍງານຜູ້ໃຊ້ເຟສບຸກຊື່ວ່າ Ricky Srcp ໄດ້ໂພສເຕືອນ ໃນວັນທີ 2 ພຶດສະພາ2023 ທີ່ຜ່ານມາ ເວລາ 19:00 ໂມງ ໄດ້ເກີດເຫດມີກຸ່ມຄົນບໍ່ດີຈີ້ປົ້ນ ແລະ ທຳຮ້າຍຮ່າງກາຍໄລເດີ້ ຢູ່ເຂດສະໜາມກິລາຫຼັກ16 ຮ່ອມຕັດອອກທາງ 450 ປີ.
ໂດຍມີເນື້ອໃນວ່າ: ເຕືອນໄພ ສຳລັບໄລເດີສົ່ງເຄື່ອງ ໄຫ້ມີສະຕິລະວັງຕົວໃນການສົ່ງເຄື່ອງລູກຄ້າ ເຂດນອກເມືອງ ຫ່າງໃກສອກຫລີກ ເນື່ອງຈາກມີກຸ່ມຄົນບໍ່ດີ ໄດ້ຕົວະສັ່ງເຄື່ອງໄຫ້ໄປສົ່ງຢູ່ເຂດສະໜາມກິລາຫລັກ16 ແລ້ວໄດ້ໄຊ້ອາວຸດຈີ້ປົ້ນແລະທຳຮ້າຍຮ່າງກາຍໄລເດີ.#ລູກຊາຍຂ້າພະເຈົ້າເອງ ບາດເຈັບສາຫັດພໍສົມຄວນ ເຫດເກີດປະມານ19:00. #ເຫດເກີດທີ່ຂ້າງສະໜາມກິລາຫລັກ16ຮ່ອມຊິຕັດອອກທາງ450ປີ.
ສະນັ້ນ, ຈຶ່ງຂໍໃຫ້ທຸກຄົນມີສະຕິລະມັດລະວັງຕົວດ້ວຍ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...