ຫວ້ານຫາງເຂ້ເຮົາຮູ້ຈັກກັນດີວ່າມີປະໂຫຍດພາຍນອກຮ່າງກາຍໃນການນຳມາທາບາດແຜໄຟໄໝ້,ນ້ຳຮ້ອນລວກ,ບຳລຸງຜິວ,ບຳລຸງຜົມແຕ່ຫວ້ານຫາງເຂ້ຍັງມີສັບພະຄຸນທີ່ມີປະໂຫຍດສຳຫລັບສຸຂະພາບນໍາອີກໃນການກິນເປັນນ້ຳຫວ້ານຫາງເຂ້ຫລືວຸ້ນຫວ້ານ ຫາງເຂ້
– ຊ່ວຍບຳລຸງຮ່າງກາຍບັນເທົາຄວາມອ່ອນເພຍເນື່ອງຈາກພັກຜ່ອນໜ້ອຍ
– ບຳບັດບາດແຜຊໍ້າເຮື້ອແລະບາດແຜໃນກະເພາະອາຫານໄດ້ເປັນຢ່າງດີ
– ສານແອນຊາກວິໂນນຊ່ວຍກະຕຸ້ນການປັ້ນຂອງລຳໄສ້ເຮັດໃຫ້ລະບົບຂັບຖ່າຍເຮັດວຽກໄດ້ເປັນປົກຕິ
– ມີກົດອະມິໂນຫລືໂປຕີນທີ່ຊ່ວຍໃນການກະຕຸ້ນການເຄື່ອນໄຫວຂອງລຳໄສ້
– ຄວບຄຸມການເຜົາຜານພະລັງງານ
– ບໍາລຸງຫົວໃຈ
– ມີສານອາຫານເຊັ່ນ:ແຄຊຽມ,ແມກນີຊຽມ,ສັງກະສີ,ວິຕາມິນA B Cແລະ E
– ໃຊ້ເປັນຢາລະບາຍປິ່ນປົວອາການທ້ອງອືດໄດ້ເປັນຢ່າງດີ
– ກະຕຸ້ນການໄຫລວຽນເລືອດປ້ອງກັນອາການແຊກຊ້ອນຂອງພະຍາດທີ່ເກີດຈາກຄວາມດັນເລືອດສູງ
– ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອກໃຫ້ຢູ່ໃນລະດັບປົກກະຕິ
– ຊ່ວຍເພີ່ມການເຮັດວຽກງານຂອງລະບົບພູມຄຸ້ມກັນໃນຮ່າງກາຍ
– ຫລຸດລະດັບຄໍເລດເຕີລໍໃນເລືອດ
