spot_img
Homeຂ່າວຕ່າງປະເທດກຳປູເຈຍຢືນຢັນບໍ່ເລື່ອນຈັດກອງປະຊຸມອາເຊັມ ເຖິງຈະສ່ຽງໂຄວິດ-19 ລະບາດຮອບສອງ

ກຳປູເຈຍຢືນຢັນບໍ່ເລື່ອນຈັດກອງປະຊຸມອາເຊັມ ເຖິງຈະສ່ຽງໂຄວິດ-19 ລະບາດຮອບສອງ

Published on

ເວັບໄຊຂ່າວ dailynews ລາຍງານເມື່ອວັນທີ 25 ພຶດສະພາວ່າ ກະຊວງການຕ່າງປະເທດຂອງກຳປູເຈຍອອກຖະແຫຼງການເມື່ອວັນຈັນວ່າ ກອງປະຊຸມອາຊຽນ-ເອີຣົບ (ອາເຊັມ) ຄັ້ງທີ 13 ທີ່ກຳປູເຈຍໄດ້ຮັບກຽດເປັນເຈົ້າພາບ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 16-17 ພະຈິກ 2020 ທີ່ນະຄອນຫຼວງພະນົມເປນ ໂດຍໄດ້ຮັບການຢືນຢັນການສະມາຊິກທັງ 53 ປະເທດແລ້ວ.

ລັດຖະບານກຳປູເຈຍຍອມຮັບວ່າສະຖານະການການລະບາດໂຣກໂຄວິດ-19 ທີ່ຍັງວິກິດໃນຫຼາຍປະເທດ ແລະ ມີຄວາມສ່ຽງຕໍ່ການແຜ່ລະບາດຮອບສອງ ແຕ່ຢືນຢັນວ່າມີການຈັບຕາສະຖານະການຢ່າງໃກ້ຊິດ ແລະ ມີການກຽມມາດຕະການຮັກສາຄວາມປອດໄພດ້ານສາທາລະນະສຸກໃຫ້ກັບຜູ້ເຂົ້າຮ່ວມການປະຊຸມອາເຊັມທີ່ກຳລັງຈະເກີດຂຶ້ນ.

ສຳລັບກອງປະຊຸມອາເຊັມເປັນການພົບປະຫາລືກັນທຸກ 2 ປີ ລະຫວ່າງເຈົ້າໜ້າທີ່ລະດັບສູງຂອງລັດຖະບານໃນທະວີບອາຊີ ກັບ ເອີຣົບ ປັດຈຸບັນມີສະມາຊິກລວມ 53 ປະເທດ ເກີດຂຶ້ນຄັ້ງທຳອິດເມື່ອປີ 1996 ໂດຍການດຳເນີນງານຂອງອາເຊັມຕັ້ງຢູ່ບົນພື້ນຖານຂອງເສົາຫຼັກ 3 ເສົາ ໄດ້ແກ່: ເສົາການເມືອງ ແລະ ຄວາມໝັ້ນຄົງ,​ ເສົາເສດຖະກິດ ສັງຄົມ ວັດທະນະທຳ ແລະ ເສົາການສຶກສາ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...