spot_img
Homeຂ່າວຕ່າງປະເທດກຳປູເຈຍຈັບຜູ້ລັກລອບຂົນສົ່ງຢາເສບຕິດສັນຊາດລາວ

ກຳປູເຈຍຈັບຜູ້ລັກລອບຂົນສົ່ງຢາເສບຕິດສັນຊາດລາວ

Published on

ເຈົ້າໜ້າທີ່ສະກັດກັ້ນຂະບວນຄ້າຢາເສບຕິດຂ້າມແດນຂອງກຳປູເຈຍໄດ້ຈັບຜູ້ຄ້າຢາເສບຕິດ 2 ຄົນ ສັນຊາດລາວ ແລະ ຍຶດຢາເສບຕິດໄດ້ 13 ກິໂລ.

ໃນວັນທີ 27 ມີນາ 2023 ເຈົ້າໜ້າທີ່ກຳປູເຈຍໄດ້ລາຍງານວ່າ: ກອງກຳລັງພິເສດຂອງກົມຕໍ່ຕ້ານຢາເສບຕິດ ໄດ້ບຸກຄົ້ນການລັກລອບຂົນສົ່ງຢາເສບຕິດຂ້າມຊາຍແດນ ແລະ ຈັບກຸມຜູ້ຖືກສົງໄສທີ່ຂົວແຫ່ງທີ 2 ໃນ O’Svay ແຂວງ Stung Treng.

ພາຍຫຼັງສືບສວນສອບສວນ ຈຶ່ງຮູ້ວ່າ ຜູ້ຖືກຫາມີ 2 ຄົນ ຊື່ ທາ້ວ ນົກ ສຸວັນນະສານ (Nok Sovannasan) ແລະ ທາ້ວ ໄຊສົງຄຳ ແກ້ວກອງເມືອງ (Saisongkham Keokongmoeung) ສັນຊາດລາວ ມີຢາເສບຕິດປະເພດ ຢາໄອສ໌ 13 ຫໍ່.

ຜູ້ຖືກຫາ ແລະ ຢາເສບຕິດ ຢູ່ໃນລະຫວ່າງເຈົ້າໜ້າທີ່ປະຕິບັດຕາມຂັ້ນຕອນຂອງກົດໝາຍ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...