ກຳຈັດ​ໄຂ​ມັນ​ລົ້ນ​ໃກ້​ວົງ​ແຂນ ເພື່ອ​ຄວາມ​ງາມ​ຍາມ​ໃສ່​ເສື້ອ​ກ້າມ

 

ກຳຈັດ​ໄຂ​ມັນ​ລົ້ນ​ໃກ້​ວົງ​ແຂນ ເພື່ອ​ຄວາມ​ງາມ​ຍາມ​ໃສ່​ເສື້ອ​ກ້າມ

 1

ແຮງ​ອາ​ຍຸ​ຫລາຍ ຫລື​ແຮງ​ມີ​ນ້ຳ​ໜັກ​ຫລາຍ ກໍ​ມັກ​ຈະ​ມີ​ບັນຫາ​​ໃກ້​ວົງ​ແຂນ​ເຖິງວ່າ​ໜ້າ​ເອິກ​ຈະ​ບໍ່​ໄດ້​ໃຫຍ່ ບັນຫາ​ນີ້​ອາດຈະ​ເປັນ​ເລື່ອງ​ນ້ອຍ ແຕ່​ມັນ​ເບິ່ງ​ບໍ່​ງາມ​ຍາມ​ເຮົາ​ຕ້ອງ​ໃສ່​ເສື້ອ​ຮັດ​ຮູບ ຫລື​ເສື້ອ​ກ້າມ​ ເຮົາ​ມາ​ບໍລິຫານ​ຮ່າງກາຍ​ເພື່ອ​ກຳຈັດ​ເຈົ້າ​ໄຂ​ມັນ​ສ່ວນ​ນີ້​ອອກ​ໄປ​ດ້ວຍ​ທ່າ​ໄມ້​ຕາຍ 4 ທ່າ​ດ້ວຍ​ກັນ​ເຮັດ​ທ່າ​ລະ 4 ເຊັດ (ເຊັດ​ລະ 10 ເທື່ອ) ຕໍ່​ມື້​ໂດ​ຍ ທ່າ​ລະ 1 ເຊັດ​ໃຫ້​ຄົບ​ທຸກ​ທ່າ ແລ້ວ​ວົນ​ມາ​ທີ່​ທ່າ​ທຳອິດອີກ​ຄັ້

PUSH UPS

 Young woman doing push ups

ໃຊ້​ແຂນ​ຍັນ​ພື້ນ​ຕາມ​ຮູບ ໂດຍ​ໃຊ້​ປາຍ​ຕີນ​ຈິກ​ກັບ​ພື້ນ

ຈາກ​ນັ້ນ​ກໍ​ງໍ​ແຂນ​ລົງ​ຊ້າ​ໆ ຫາຍ​ໃຈ​ເຂົ້າ​ອອກ​ເລິກ​ໆ ແລ້ວ​ຄ່ອຍ​ໆ ດັນ​ຕົວ​ຂຶ້ນ

ຊຶ່ງ​ເຮົາ​ສາມາດ​ໃຊ້​ມື​ຍັນ​ພື້ນ​ໄດ້​ຫາກ​ບໍ່​ມີ​ອຸບ​ກອນ

Flies

 3

ນອນ​ຫງາຍ ມື​ທັງ​ສອງ​ຂ້າງ​ຖື​ດຳເບວ ແລ້ວ​ຍົກ​ຂຶ້ນ​ຈົນ​ສຸດ​ແຂນ ເຮັດ​ຄ້າງ​ໄວ້​ ແລ້ວ​ເອົາ​ແຂນ​ລງ

Dumbbell Row

 4

ທ່າ​ນີ້​ບໍ່​ຍາກ ແຖມ​ຍັງ​ຊ່ວຍ​ກະ​ຊັບ​ກ້າມ​ເນື້ອ​ປີກ​ຫລັງ​ໄປ​ໃນ​ຕົວ​ດ້ວຍ

ພຽງ​ແຄ່​ຍົກ​ດຳເບວ ຂຶ້ນ-ລົງ ຕາມ​ພາບ

Lat Pull Down

 5

ທ່າ​ນີ້​ອາດຈະ​ຕ້ອງ​ຫລິ້ນ​ໃນ​ຟິດ​ເນດ​ເທົ່າ​ນັ້ນ ເພາະ​ຕ້ອງ​ໃຊ້​ອຸປະກອນນີ້

ໝັ່ນ​ເຮັດ 2 ມື້ ເວັ້ນ 1 ມື້ ແລ້ວ​ແຂນ​ນຸ່ມໆ ທີ່​ຂຶ້ນ​ຜິດ​ທີ່​ຜິດ​ທາງ​ກໍ​ຈະ​ຫາຍ​ໄປ​