spot_img
Homeຄວາມງາມສາວໆມີດວງຕາ​ແພ້​ງ່າຍ​ຄວນຮູ້! ເມກ​ອັບ​ແນວໃດ​ບໍ່​ທຳ​ຮ້າຍ​ຕາ

ສາວໆມີດວງຕາ​ແພ້​ງ່າຍ​ຄວນຮູ້! ເມກ​ອັບ​ແນວໃດ​ບໍ່​ທຳ​ຮ້າຍ​ຕາ

Published on

11

ສາວໆ​ຜູ້​ຮັກ​ການ​ແຕ່ງ​ໜ້າ​ຫລາຍ​ຄົນ​ປະ​ສົບ​ບັນຫາ​ກ່ຽວກັບ​ສຸກຂະພາບ​ຂອງ​ດວງ​ຕາ  ບໍ່​ວ່າ​ຈະ​ເປັນ​ຕາ​ບວມ ຕາ​ປຽກ  ຕາ​ແດງ  ລວມ​ໄປ​ເຖິງ​ອາການ​ຕາ​ແຫ້ງ  ຊຶ່ງ​ເປັນ​ອຸປະສັກ​ຕໍ່​ການ​ເມກ​ອັບ​ເຫລືອ​ເກີນ  ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ສາວໆ​ກຸ່ມ​ນີ້​ຕ້ອງ​ມີ​ໃບ​ໜ້າ​ປອດ​ເຄື່ອງ​ສຳ​ອາງ​ໄປ​ຕະຫລອດ​ຊີວິດເພາະເຮົາມີ​ເຄັດ​ລັບ​ດີໆ​ມາ​ຝາກ​ສາວໆ​ຕາ​ແພ້​ງ່າຍ​ຍາມ​ຕ້ອງ​ເມກ​ອັບ ​ມາ​ຟັງ​ກັນ​ເລີຍ!

 ເສດ​ສີ​ທີ່​ຄວນ​ແກວງ​ມື​ລາ

ຜູ້​ຊ່ຽວຊານ​ດ້ານ​ການ​ແຕ່ງ​ໜ້າ​ກ່າວ​ວ່າ  ເມື່ອ​ຕ້ອງ​ແຕ່ງ​ໜ້າ​ໃຫ້​ກັບ​ສາວ ໆ​ຜູ້​ມີ​ຕາ​ທີ່​ບອກ​ບາງ​ແພ້​ງ່າຍ​ພວກເຂົາ​ຈະ​ຫລີກ​ລ້ຽງ​ການ​ໃຊ້​ໂທນ​ສີ​ແດງ​ແລະ​ສີ​ມ່ວງ  ເພາະ​ສີ​ເຫລົ່າ​ນີ້​ມີ​ໂອ​ກາດ​ກໍ່​ໃຫ້​ເກີດ​ບັນຫາ​ຕໍ່​ດວງ​ຕາ​ຫລາຍກວ່າ​ເສດ​ສີ​ອື່ນ

 ຫລີກ​ລ້ຽງ​ອາການ​ຕາ​ແດງ

ໃຫ້​ສາວ ໆ​ຫລີກ​ລ້ຽງ​ເຄື່ອງ​ສຳ​ອາງ​ກັນ​ນ້ຳ  ໂດຍ​ສະເພາະ​ອາຍ​ໄລ​ເນີແລະ​ມາດ​ຄາ​ລ່າ​ທີ່​ຍາກ​ຕໍ່​ການ​ລ້າງ​ອອກ   ຖ້າ​ບໍ່​ເຊື່ອ​​ກໍ​ຕື່ນ​ເຊົ້າ​ມາ​ຕາ​ແດງ​ຖາ​ມຫາ​ແນ່ນ​ອນ

 ຫ້າມ​ຕ້ອງເຄື່ອງ​ສຳ​ອາງ​ໝົດ​ອາຍຸ

ເຮົາ​ຕ່າງ​ຮູ້​ດີ​ຢູ່​ແລ້ວ​ວ່າ​ລິດ​ຂອງ​ເຄື່ອງ​ສຳ​ອາງ​ໝົດ​ອາ​ຍຸ​ເຮັດ​ໜ້າ​ເຮົາ​ແພ້​ໄດ້​ງ່າຍໆ  ຍິ່ງ​ກັບ​ສາວ​ຕາ​ແພ້​ງ່າຍ​ກໍ​ຍິ່ງ​ແພ້​ຫລາຍກວ່າ​ຄົນ​ອື່ນ​ຫລາຍ​ເທົ່າ   ສະ​ນັ້ນ ກັບ​ໄປ​ເຊກ​ມື້​ໝົດ​ອາ​ຍຸ​ຂອງ​ເຄື່ອງ​ສຳ​ອາງ​ໂດຍ​ດ່​ວນ

 ປິ່ນປົວ​ຄວາມ​ສະ​ອາດ​ຢູ່​ສະເໝີ

ອຸປະກອນ​ພວກ​ແປງ​ທັງ​ຫລາຍ​ເປັນ​ແຫລ່ງ​ສະ​ສົມ​ເຊື້ອ​ພະຍາດ​ແລະ​ແບກ​ທີ​ເລຍ​ຊັ້ນ​ດີ   ສະ​ນັ້ນ​ຕ້ອງ​ໝັ່ນ​ເຮັດ​ຄວາມ​ສະ​ອາດ​ກັນ​ເປັນ​ກິດ​ຈະວັດ​  ສອງ​ສາມ​ມື້​ເຮັດ​ເທື່ອ​ຫລື​ຢ່າງ​ນ້ອຍ​ທີ່ສຸດ​ອາທິດ​ລະ​ເທື່ອ  ຢ່າ​ລະ​ເລີຍ​ກັນ​ເດີ້ສາວ ໆ​ຕາ​ແພ້​ງ່າຍ​ທັງ​ຫລາຍ

ສາວ​ຕາ​ແພ້​ງ່າຍ​ກໍ​ຈັດ​ເຕັມ​ເມກ​ອັບ​ໄດ້  ພຽງ​ແຕ່​ມີ​ຂໍ້​ຄວນ​ລະ​ວັງ​ເລັກ ໆ​ນ້ອຍ​ ໆ   ຫລັກ​ໃຫຍ່​ກໍ​ຄື​ຕ້ອງ​ປິ່ນປົວ​ຄວາມ​ສະ​ອາດ  ເພື່ອ​ຄວາມ​ງາມ​ແລະ​ຕາ​ບໍ່​ເສຍ​ເຮັດ​ຕາມ​ໄດ້​ສະບາຍ​ຫລາຍ​ແມ່ນບໍ່​ສາວໆ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...