spot_img
Homeຂ່າວຕ່າງປະເທດການ​ສົ່ງ​ອອກ​ຊີ້ນ​ຄວາຍ​ຂອງ​ອິນ​ເດຍ ຈະ​ບັນລຸ​ເກືອບ 6 ຕື້​ໂດ​ລາ

ການ​ສົ່ງ​ອອກ​ຊີ້ນ​ຄວາຍ​ຂອງ​ອິນ​ເດຍ ຈະ​ບັນລຸ​ເກືອບ 6 ຕື້​ໂດ​ລາ

Published on

ICRA ອົງການ​ຄົ້ນຄວ້າ ແລະ ຈັດ​ອັນ​ດັບ​ຄວາມ​ເຊື່ອ​ຖື​ລະດັບ​ແຖວ​ໜ້າ​ຂອງ​ອິນ​ເດຍ ໄດ້​ຢັ້ງຢືນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ ການສົ່ງອອກ​ຊີ້ນ​ຄວາຍ​ຂອງ​ອິນ​ເດຍ ຈະບັນລຸ​ມູນ​ຄ່າ​ເກືອບ 400 ຕື້ຣູ​ປີ (ເທົ່າ​ກັບ​ປະ­ມານ 5,96 ຕື້ໂດ​ລາສະຫະລັດ). ພາຍໃນ 5 ປີ​ຕໍ່ໜ້າ ICRA ຍັງ​ໃຫ້ການ​ທຳນາຍ​ວ່າ ການ​ສົ່ງ​ອອກ​ຊີ້ນ​ຄວາຍ​ຂອງ​ອິນເດຍ ສືບຕໍ່​ເຕີບ​ໂຕ​ຢ່າງ​ແຂງແຮງໃນ​ໄລຍະ​ຍາວ ຍ້ອນວ່າ​ພື້ນຖານໂຄງ​ລ່າງ​ໄດ້​ຮັບ​ການ​ແກ້​ໄຂ ມີຂອບ​ຂະໜາດ​ຝູງ​ຄວາຍ​ທີ່​ໃຫຍ່ ລາຄາ​ຊີ້ນ​ຄວາຍ​ຂອງ​ອິນ​ເດຍ ອ່າວ​ຕ່ຳ ແລະ ຄວາມ​ຕ້ອງການຊີ້ນ​ຄວາຍ​ຢູ່​ໃນ​ຕະຫຼາດ​ສາກົນ​ມີຄວາມ​ເຕີບ​ໂຕ​ຢ່າງ​ສະ​ໝ່ຳ​ສະເໝີ.

ບົດ​ລາຍ​ງານ​ການ​ຄົ້ນຄວ້າຂອງ ICRA ໃຫ້​ຮູ້​ວ່າ ການ​ສົ່ງອອກ​ຊີ້ນ​ຄວາຍ​ຂອງ​ອິນ​ເດຍ ໄດ້ເພີ່ມ​ຂຶ້ນ​ຈາກ​ລະດັບ 35,33 ຕື້ຣູ​ປີ (ເທົ່າ​ກັບ​ກວ່າ 526 ລ້ານ​ໂດລາ​ສະຫະລັດ) ໃນ​ໄລຍະ​ປີ  2007-2008 ຂຶ້ນ​ເປັນ 266,82 ຕື້ຣູ​ປີ (ເທົ່າ​ກັບ​ເກືອບ 4 ຕື້ໂດລາ​ສະຫະລັດ) ໃນ​ໄ­ຍະ​ປີ 2015-2016 ກວມ​ເອົາ​ເກືອບ 20% ຂອງ​ຍອດ​ປະລິມານ​ຊີ້ນຄວາຍ​ສົ່ງ​ອອກ​ຂອງ​ທົ່ວທັງ​ໂລກ ແລະ ອິນ​ເດຍ​ໄດ້​ກາຍເປັນ​ປະເທດ​ຜູ້​ສົ່ງ​ອອກ​ຊີ້ນ​ຄວາຍ​ໃຫຍ່​ສຸດ ໃນ​ດ້ານ​ບໍ​ລິ​ມາດ ລ້ຳ​ໜ້າບຣາຊິນ ແລະ ອົດສະ​ຕຣາ​ລີ

ICRA ຍັງ​ໃຫ້​ຮູ້​ວ່າ ໃນ​ສອງ​ປີທີ່​ຜ່ານ​ມາ ຊີ້ນ​ຄວາຍ​ໄດ້​ກາຍເປັນ​ສິນຄ້າ​ກະສິກຳ​ສົ່ງ​ອອກ​ສູງສຸດ​ຂອງ​ອິນ​ເດຍ ແລະ ອັດຕາສ່ວນ​ການ​ປະກອບສ່ວນ​ຂອງ​ຂະແໜງ​ການ​ນີ້ ເຂົ້າ​ໃນ​ຍອດ​ລາຍຮັບ​ຈາກ​ການ​ສົ່ງ​ອອກ​ສິນຄ້າຂອງ​ອິນ​ເດຍ ໄດ້​ເພີ່ມ​ຂຶ້ນ​ເກືອບທົບ​ເທົ່າ​ຕົວ ຂຶ້ນ​ສູ່​ລະດັບ 1,56% ໃນ​ປີ 2015-2016 ເມື່ອ​ທຽບໃສ່​ລະດັບ 0,76% ໃນ​ປີ 2010-2011.

ລັດ ອຸດ​ຕາ ປຣາ​ເດ​ສ ມີ​ຝູງຄວາຍ​ໃນ​ຂອບ​ຂະໜາດ​ໃຫຍ່​ສຸດໃນ​ອິນ​ເດຍ ໂດຍ​ກວມ​ເອົາ 28% ຂອງ​ທົ່ວ​ປະເທດ ແລະ ເປັນ​ລັດ​ທີ່​ຜະລິດ​ຊີ້ນ​ຄວາຍ​ອັນ​ດັບ​ຕົ້ນ​ຂອງ​ອິນ​ເດຍ ໂດຍ​ກວມ​ເອົາປະມານ 60% ຂອງ​ຍອດ​ໂຮງງານ​ຂ້າ​ສັດພື້ນຖານການ​ປຸງແຕ່ງ​ຊີ້ນ​ໃນ​ທົ່ວ​ປະເທດ.

ຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...