spot_img
Homeຂ່າວພາຍ​ໃນການບິນລາວພ້ອມໃຈຝ່າວິກິດໂຄວິດ-19! ຜູ້ອຳນວຍການໃຫຍ່ຂໍງົດຮັບເງິນເດືອນ 3 ເດືອນ ແຕ່ຍັງເຮັດວຽກປົກກະຕິ

ການບິນລາວພ້ອມໃຈຝ່າວິກິດໂຄວິດ-19! ຜູ້ອຳນວຍການໃຫຍ່ຂໍງົດຮັບເງິນເດືອນ 3 ເດືອນ ແຕ່ຍັງເຮັດວຽກປົກກະຕິ

Published on

ໂຄວິດ-19 ໄດ້ສ້າງຜົນກະທົບຢ່າງໃຫຍ່ຫຼວງຕໍ່ເສດຖະກິດໃນທົ່ວໂລກ ໂດຍສະເພາະທຸລະກິດການບໍລິການຂອງສາຍການບິນຕ່າງໆ, ທຸລະກິດການບິນໃນປະເທດລາວເຮົາກໍໄດ້ຮັບຜົນກະທົບເຊັ່ນດຽວກັນ. ຖ້ຽວບິນຕ່າງປະເທດຫຼາຍເສັ້ນບິນໂດຍສານການບິນລາວໄດ້ຖືກຍົກເລີກ ແລະ ຈໍານວນຜູ້ໂດຍສານກໍຍິ່ງນັບມື້ໜ້ອຍລົງ ເຮັດໃຫ້ພະນັກງານທຸກຄົນຕັ້ງແຕ່ລະດັບວິຊາການຈົນເຖິງຂັ້ນບໍລິຫານ ຕ້ອງຮ່ວມມືຮ່ວມໃຈຜ່ານວິກິດການຄັ້ງນີ້ນໍາກັນໃຫ້ໄດ້.

ການບິນລາວໄດ້ມິການລະດົມໃຫ້ພະນັກງານພັກວຽກຢ່າງສະໝັກໃຈ ເພື່ອຊ່ວຍຫຼຸດພາລະຄ່າໃຊ້ຈ່າຍໃນການຈ່າຍເງິນເດືອນ ໂດຍບໍ່ມີການບັງຄັບພະນັກງານ ໃຫ້ພັກງານໂດຍບໍ່ເຕັມໃຈ. ພະນັກງານການບິນລາວຄົນໜຶ່ງໄດ້ກ່າວວ່າ: “ບໍລິສັດ ກໍຖືວ່າເປັນອູ່ເຂົ້າອູ່ນໍ້າຂອງເອື້ອຍ ໃນຊ່ວງວິກິດການນີ້ ກໍມີຄວາມເຫັນໃຈກັນ, ເອື້ອຍເອງກໍສະໝັກໃຈພັກ ເພື່ອເປັນອີກໜຶ່ງກຳລັງແຮງຊ່ວຍບໍລິສັດຫຼຸດຄ່າໃຊ້ຈ່າຍ”.

ນອກຈາກວ່າພະນັກງານທຸກພະແນກການໃນການບິນລາວ ຮ່ວມແຮງຮ່ວມໃຈກັນລາພັກບໍ່ຮັບເງິນເດືອນດ້ວຍຄວາມສະໝັກໃຈຕາມຄວາມສາມາດຂອງຕົນແລ້ວ, ທ່ານຜູ້ອຳນວຍການໃຫຍ່ກໍຂໍບໍ່ຮັບເອົາເງິນເດືອນເປັນເວລາ 3 ເດືອນ ແຕ່ຍັງມາເຮັດວຽກປົກກະຕິ. ສ່ວນຄະນະອຳນວຍການ ກໍຍິນດີສະໝັກໃຈ ບໍ່ຮັບເອົາເງິນເດືອນເປັນເວລາ​ 1 ເດືອນ ແລະ ຍັງມາເຮັດວຽກປົກກະຕິເຊັ່ນດຽວກັນ, ຄະນະພະແນກ ຫຼື ທຽບເທົ່າ, ຄະນະສາຂາທັງພາຍໃນ ແລະ ຕ່າງປະເທດ ສະໝັກໃຈລາພັກບໍ່ຮັບເງິນເດືອນ ເປັນຈຳນວນ 15 ວັນ. ຂໍຊົມເຊີຍໃນນໍ້າໃຈອັນງົດງາມຂອງທັງພະນັກງານທຸກຄົນທີ່ຮ່ວມແຮງ ຮ່ວມໃຈກັນ ເພື່ອໃຫ້ຜ່ານວິກິດຄັ້ງນີ້ໄປໃຫ້ໄດ້

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...