ການຈັດຕັ້ງປະຕິບັດກົດໝາຍ ຕົວຈິງມີຫຼາຍມາດຕາທີ່ມີຄວາມຫຍຸ້ງຍາກ

0
693

ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດໄດ້ສະເຫນີບົດລາຍງານຂອງສານປະຊາຊົນສູງສຸດກ່ຽວກັບ ການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 2 ສະບັບຄື: ກົດໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 4 ກໍລະກົດ ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍສານປະຊາຊົນສະບັບທໍາອິດໄດ້ຖືກຮັບຮອງໃນກອງປະຊຸມສະໄໝສາມັນຄົບຄະນະເທື່ອທີ 2 ຂອງສະພາປະຊາຊົນສູງສຸດຊຸດທີ II ໃນປີ 1989 ແລະ ໄດ້ປະກາດໃຊ້ຢ່າງເປັນທາງການຕາມດໍາລັດຂອງປະທານປະເທດສະບັບເລກທີ 06 ເດືອນ ມັງກອນ 1990 ປະກອບມີ 6 ພາກ 38 ມາດຕາ ແລະ ໄດ້ ມີການປັບປຸງມາແລ້ວ 5 ຄັ້ງ ສະເພາະການປັບປຸງຄັ້ງທີ 4 ປີ 2017 ເຮັດໃຫ້ກົດໝາຍສະບັບນີ້ ປະກອບມີ 9 ພາກ 5 ໝວດ ແລະ 69 ມາດຕາ ແລະ ປັບປຸງຄັ້ງທີ 5 ໃນປີ 2022 ໂດຍໄດ້ປັບປຸງບາງມາດຕາຄີ ມາດຕາ 2, 3, 21, 37 ແລະ ມາດຕາ 38 ທີ່ພົວພັນເຖິງສິດອໍານາດຂອງສານປະຊາຊົນສູງສຸດ.

ສ່ວນກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງສະບັບທໍາອິດໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1990 ປະກອບມີ 6 ພາກ 14 ໝວດ 88 ມາດຕາ ໄດ້ມີການປັບປຸງ 2 ຄັ້ງ ເຊິ່ງປັບປຸງຄັ້ງທີ 2 ໃນປີ 2012 ປະກອບມີ 18 ພາກ 32 ໝວດ 370 ມາດຕາ.

ຜ່ານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍທັງສອງສະບັບດັ່ງກ່າວເຫັນວ່າມີການຈັດຕັ້ງປະຕິບັດຕົວຈິງມີຫຼາຍມາດຕາທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ຜູ້ພິພາກສາບໍ່ເຂົ້າໃຈຈະແຈ້ງ ແລະ ບໍ່ປະຕິບັດເປັນເອກະພາບ ເນື່ອງຈາກວ່າມີບາງເນື້ອໃນກໍານົດບໍ່ລະອຽດ ຄຸມເຄືອ ແລະ ບາງມາດຕາບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາ ເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະ ຮາກຖານ ພ້ອມນັ້ນຍັງມີບາງມາດຕາທີ່ບໍ່ສາມາດປະຕິບັດໄດ້ ແລະ ບາງມາດຕາມີ ຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດຍັງເຫັນວ່າໃນພາກຕົວຈິງມີເຫດການ ຫຼື ຂໍ້ຂັດແຍ່ງເກີດຂຶ້ນຕົວຈິງແຕ່ຍັງບໍ່ມີກົດ ໝາຍກໍານົດໄວ້ແຕ່ກໍານົດໄວ້ເປັນຫຼັກການລວມໆ ເຮັດໃຫ້ການນໍາໃຊ້ ແລະ ປະຕິບັດຕົວຈິງບໍ່ເປັນເອກະພາບຢູ່ສານ ແຕ່ລະ ແຫ່ງ ໃນບາງກໍລະນີກົດໝາຍກໍານົດໄວ້ຢ່າງລະອຽດຈະແຈ້ງແຕ່ຕົວຈິງ ໃນບາງກໍລະນີບໍ່ປະຕິບັດຕາມກົດໝາຍກໍານົດໄວ້ຢ່າງ ຄົບຖ້ວນ ແລະ ຄົບຖ້ວນ.

ແຫຼ່ງຂ່າວ ປະເທດລາວ