Homeຂ່າວຕ່າງປະເທດເຈົ້າໜ້າທີ່ໄທຈັບພໍ່ລ້ຽງທີ່ຄາຕະກຳລູກສາວຍັດຖັງນ້ຳກ້ອນ

ເຈົ້າໜ້າທີ່ໄທຈັບພໍ່ລ້ຽງທີ່ຄາຕະກຳລູກສາວຍັດຖັງນ້ຳກ້ອນ

Published on

ຕຳຫຼວວດໄທຈັບພໍ່ລ້ຽງຄາໂຮງແຮມ ທີ່ກໍ່ເຫດຄາຕະກຳລູກສາວ ອາຍຸ 12 ປີ ຍັດໃສ່ຖັງພ້ອມໂບກປູນທັບເພື່ອອຳພາງສົບ.

ກໍລະນີທີ່  ພໍ່ລ້ຽງຊື່ ຢຸດທະນາ ຫຼື ແຈັບ ໃຊ້ໄມ້ເບສບອນຕີລູກລ້ຽງເດັກຜູ້ຍິງ ອາຍຸ 12 ປີ ເສຍຊີວິດ ແລ້ວນຳຮ່າງຍັດໃສ່ຖັງນ້ຳກ້ອນກ່ອນເອົາປູນໂບກ ແລະ ໃຊ້ດິນທັບ ແລ້ວລົບໜີໃນວັນທີ 2 ກໍລະກົດ ທີ່ຜ່ານມານີ້, ຫຼ້າສຸດໃນວັນທີ 4 ກໍລະກົດ ເຈົ້າໜ້າທີ່ກໍໄດ້ເຂົ້າຈັບຜູ້ຖືກຫາໄດ້ ທີ່ໂຮງແຮມອາຍັນສູດ ຮ່ອມອິນທາມະ ກຸງເທບ ໃນຂະນະທີ່ຈັບກໍພົບຜູ້ຍິງບໍ່ຮູ້ຊື່ອີກ 1 ຄົນ.

ເບື້ອງຕົ້ນຍັງຢູ່ໃນລະຫວ່າງການສືບສວນສອບສວນ ເພື່ອຈະດຳເນີນຄະດີຕາມກົດໝາຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...