spot_img
Homeຂ່າວພາຍ​ໃນການຄິດໄລ່ໄຟຟ້າໃນບິນເດືອນ 08 - ເດືອນ 12 ຈະຄິດໄລ່ເປັນ 2 ຂັ້ນ

ການຄິດໄລ່ໄຟຟ້າໃນບິນເດືອນ 08 – ເດືອນ 12 ຈະຄິດໄລ່ເປັນ 2 ຂັ້ນ

Published on

ການຄິດໄລ່ຄ່າໄຟຟ້າ ຂອງລັດວິສາຫະກິດໄຟຟ້າລາວ ຍັງຄົງໄດ້ຮັບຄວາມສົນໃຈຈາກປະຊາຊົນໃນວົງກວ້າງ ເນື່ອງຈາກວ່າ ບິນຄ່າໄຟຟ້າໃນເດືອນ 06 ທີ່ອອກມາໃນຕົ້ນເດືອນ 07 ສັງເກດໄດ້ວ່າຍັງມີການຄິດໄລ່ແບບເກົົ່າ ແລະ ບິນໄຟຟ້າຂອງບາງຄອບຄົວກໍ່ບໍ່ໄດ້ຮັບສ່ວນຫຼຸດຄ່າໄຟຟ້າຄືຕາມທີ່ແຈ້ງການຂອງທ່ານນາຍົກ.

ຕໍ່ກັບຫາງສຽງດັ່ງກ່າວ ໃນວັນທີ 20 ກໍລະກົດ ທີ່ຜ່ານມາ ທາງລັດວິສາຫະກິດໄຟຟ້າລາວ ໄດ້ອອກມາໂພສ ຂໍອະໄພ ແລະ ຂໍຊີ້ແຈງ ຄວາມບໍ່ເຂົ້າໃຈທີ່ເກີດຂື້ນໃນສັງຄົມກໍລະນີ ບິນຄ່າໄຟເດືອນ 07 ປະເພດທີ່ຢູ່ອາໃສ (ກຸ່ມລູກຄ້າທີ່ໃຊ້ພະລັງງານລະຫວ່າງ 151-461ກິໂລວັດໂມງ/ເດືອນ) ທີ່ມີການຄິດໄລ່ດ້ວຍຕົວຄູນ 710ກີບ/ກິໂລວັດໂມງ, ເຊິ່ງທາງນັກຂ່າວລາວໂພສຈະຂໍສະຫຼຸບເນື້ອໃນເພື່ອໃຫ້ທຸກທ່ານເຂົ້າໃຈງ່າຍຂຶ້ນດັ່ງນີ່:

  • ການຫຼຸດຄ່າໄຟຟ້າໃນບິນເດືອນ 05 ຈະຄິດໄລ່ແທນຄືນໃນບິນເດືອນ 07
  • ການຫຼຸດຄ່າໄຟຟ້າໃນບິນເດືອນ 06 ຈະຄິດໄລ່ແທນຄືນໃນບິນເດືອນ 08
  • ການຫຼຸດຄ່າໄຟຟ້າໃນບິນເດືອນ 07 ຈະຄິດໄລ່ແທນຄືນໃນບິນເດືອນ 09
  • ຜູ້ທີ່ມີເງື່ອນໄຂໄດ້ຮັບສ່ວນຫຼຸດແມ່ນກຸ່ມຜູ້ໃຊ້ໄຟຟ້າ 462 ກິໂລວັດໂມງ/ເດືອນຂຶ້ນໄປ ແຕ່ກຸ່ມນີ້ຈະໃຊ້ສຸດຄິດໄລ່ແຕ່ຂັ້ນດຽວຄືເອົາທັງໝົດມາຄຸນ 710 ກີບ ເປັນມູນຄ່າການໃຊ້ໄຟຟ້າໃນເດືອນ ຈະບໍ່ມີການຫັກ 150 ກິໂລວັດໂມງທຳອິດ.
  • ສຳລັບຜູ້ທີ່ໃຊ້ໄຟຟ້າແຕ່ 0-461 ກິໂລວັດໂມງ/ເດືອນ ແມ່ນຈະບໍ່ໄດ້ຮັບສ່ວນຫຼຸດຄ່າໄຟຟ້າ ແຕ່ຈະຄິດໄລ່ເປັນ 2 ຂັ້ນຄື: ຈະມີການຫັກ 150 ກິໂລວັດໂມງທຳອິດ ຄູນໃຫ້ 355ກີບ ສ່ວນພະລັງງານທີ່ເຫຼືອແມ່ນຄູນໃຫ້ 710ກີບ ແລ້ວເອົາທັງສອງບວກເຂົ້າກັນເປັນມູນຄ່າການໃຊ້ໄຟຟ້າໃນເດືອນນັ້ນ.
  • ການຄິດໄລ່ແບບໃໝ່ເປັນ 2 ຂັ້ນແມ່ນຈະເລີ່ມແຕ່ເດືອນ ສິງຫາ ຫາເດືອນ ທັນວາ 2020.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...