spot_img
Homeຂ່າວທ້ອງຖິ່ນກາງເດືອນກໍລະກົດ ຫາ ກາງເດືອນກັນຍາປະເທດລາວຈະເກີດມໍລະສຸມ ພ້ອມມີພາຍຸພັດຜ່ານ

ກາງເດືອນກໍລະກົດ ຫາ ກາງເດືອນກັນຍາປະເທດລາວຈະເກີດມໍລະສຸມ ພ້ອມມີພາຍຸພັດຜ່ານ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນວ່າ ໃນໄລຍະກາງເດືອນ ກໍລະກົດ ຫາ ກາງເດືອນ ສິງຫາ ຈະມີຝົນຕົກໃນລະດັບຄ່ອຍເປັນສ່ວນໃຫຍ່ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ, ຈາກນັ້ນ ໄລຍະກາງເດືອນສິງຫາ ຫາຕົ້ນເດືອນ ກັນຍາ ຈະມີຝົນຕົກຫຼາຍເພີ່ມຂຶ້ນໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ໃນໄລຍະກາງເດືອນກັນຍາ ຫາກາງເດືອນ ຕຸລາ ມວນອາກາດເຢັນຈາກປະເທດ ສປ ລາວ ຈະແຜ່ລົງມາປົກຄຸມເຂດພາກເໜືອຂອງ ສປປ ລາວ ເຊິ່ງຈະເຮັດໃຫ້ພາກເໜືອມີຝນຕົກໜ້ອຍ ສວນພາກກາງ ແລະ ພາກໃຕ້ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ເປັນສ່ວນຫຼາຍ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ໂດຍສະເພາະໄລຍະວັນທີ 18 ຫາ 22 ກັນຍາ ແລະ ວັນທີ 15 ຫາ 20 ຕຸລາ ອາດຈະໄດ້ຮັບຜົນກະທົບຈາກພາຍຸເຂດຮ້ອນ ໄດ້ເຄື່ອນຕົວຢູ່ເຂດທະເລຈີນຕອນກາງ ໃນໄລຍະເດືອນ ພະຈິກ ຫາ ທັນວາ ຈະມີຝົນຕົກໜ້ອຍໃນແຕ່ລະພາກ.

ຄາດຄະເນລະດູຝົນປະຈຳປີ 2020 ຈະສິ້ນສຸດໄວກວ່າເກນປກກະຕິ ໃນເຂດພາກເໜືອ ສ່ວນພາກກາງ ແລະ ພາກໃຕ້ ຈະສິ້ນສຸດຕາມລະດູການ, ເຊິ່ງລັກສະນະດັ່ງກ່າວ ຈະເຮັດໃຫ້ປະລິມານນໍ້າຝົນໃນໄລຍະແຕ່ເດືອນກໍລະກົດ ຫາ ທັນວາ 2020 ຈະຫຼຸດເກນປົກກະຕິຢູ່ຫຼາຍທ້ອງຖິ່ນເຊັ່ນ: ແຂວງຜົງສາລີ, ຫົວພັນ,​ຊຽງຂວາງ, ຫຼວງນໍ້າທາ, ນະຄອນຫຼວງວຽງຈັນ, ໂພນໂຮງ, ໄຊສົມບູນ,​ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ຈຳປາສັກ, ແຕ່ຈະມີຝົນໃກ້ຄຽງເກນ ຫຼື ຫຼື່ນເກນປົກກະຕິຢູ່ບາງທ້ອງຖິ່ນເຊັ່ນ: ແຂວງອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ຄຳມ່ວນ ແລະ ອັດຕະປື.

ໄລຍະກາງເດືອນ ກໍລະກົດ ຫາກາງເດືອນ ກັນຍາ 2020 ລົມມໍລະສຸມຕາເວັນຕົກສຽງໃຕ້ ຍັງຈະມີກຳລັງແຮງພັດປົກຄຸມ ພ້ອມດຽວກັນຈະມີພາຍຸພັດຜ່ານ ເຊິ່ງຈະເຮັດໃຫ້ມີຝົນຕົກໜັກພ້ອມມີລົມພັດແຮງ ແລະ ຈະເຮັດໃຫ້ເກີດມີດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...