spot_img
Homeມູມໄອທີລາວກະແສຕໍ່ຕ້ານຈີນໃນຫວຽດນາມຈະສົ່ງຜົນກະທົບຕໍ່ການຜະລິດໄອໂຟນ

ກະແສຕໍ່ຕ້ານຈີນໃນຫວຽດນາມຈະສົ່ງຜົນກະທົບຕໍ່ການຜະລິດໄອໂຟນ

Published on

ໃນໄລຍະນີ້ສະຖານະການທາງດ້ານການເມືອງຂອງປະເທດຫວຽດແລະຈີນກຳລັງຮ້າຍແຮງຫຼາຍ ແລະມັນອາດຈະສົ່ງຜົນກະທົບຕໍ່ສິນຄ້າຫຼາຍໆຢ່າງຂອງ Foxconn ລວມໄປເຖິງ Apple iPhone ລຸ້ນໃໝ່ທີ່ກຳລັງຢູ່ໃນຂະບວນການຜະລິດ ໃນຂະນະນີ້

foxconn1-500x375

ເລື່ອງລາວຂອງເລື່ອງມີຢູ່ວ່າກ່ອນໜ້ານີ້ຈີນໄດ້ເຮັດການຂຸດເຈາະນ້ຳມັນໃນເຂດຂອງເກາະພາຣາເຊວ (Paracel Island) ທີ່ຢູ່ໃນທະເລຈີນໃຕ້ (South China Sea) ບັນຫາດັ່ງກ່າວນັ້ນກໍຄືເກາະດັ່ງກ່າວເຖິງວ່າຈະຢູ່ພາຍໃຕ້ການປົກຄອງຂອງສາທາລະນະລັດປະຊາຊົນຈີນ ແຕ່ວ່າຄວາມເປັນຈິງແລະເກາະດັ່ງກ່າວນັ້ນໄດ້ຖືກໄຕ້ຫວັນ,ຫວຽດນາມແລະຈີນ ຢືນຢັນເອົາວ່າເປັນຂອງຕົ້ນ ຄ້າຍໆກັບເກາະບາງເກາະທີ່ຖືກທັງຍີ່ປຸ່ນແລະເກົາຫຼີ ຢືນຢັຍ່າເປັນຂອງຕົນເອງ

ເມື່ອຈີນເຮັດການຂຸດເຈາະນ້ຳມັນໃກ້ພື້ນທີ່ດັ່ງກ່າວ ຈຶ່ງເກີດກະແສຕ້ານຈີນຂຶ້ນ ໂດຍມີການປະທ້ວງຈຳນວນຫຼາຍເກີດຂຶ້ນໃນຫວຽດນາມ ໂດຍການປະທ້ວງຄັ້ງນີ້ໄດ້ສົ່ງຜົນກະທົບກັບ Nike, Adidas, Walmart ໄປແລ້ວຮຽບຮ້ອຍ ໂດຍທັງສາມບໍລິສັດໄດ້ປະກາດສັ່ງລະງັບການຜະລິດແລະລາຍຕໍ່ໄປກໍຄື Foxconn ນັ້ນເອງ ໂດຍມີເຫດຜົນວ່າ: ການລະງັບການເຮັດວຽກຂອງບໍລິສັດນັ້ນກໍເພື່ອຄວາມປອດໄພນັ້ນເອງ

ໃນຄວາມຮຸນແຮງຄັ້ງນີ້ມີການລາຍງານແລ້ວວ່າມີຜູ້ເສຍຊີວິດຫຼາຍກວ່າ 21 ຄົນ ຫວັງວ່າຄວາມຮຸນແຮງດັ່ງກ່າວນີ້ຈະຈົບລົງໃນໄວໆນີ້ ບໍ່ໄດ້ແມ່ນເພາະສົ່ງຜົນກະທົບຕໍ່ການຜະລິດຂອງ iPhone ແຕເປັນເພາະຄວາມຮຸນແຮງບໍ່ເຄີຍສົ່ງຜົນດີໃຫ້ແກ່ໃຜນັ້ນເອງ

ທີ່ມາ: Cult of Mac

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...